ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງແຂວງKurskແລະບັນດາທ້ອງຖິ່ນຂອງຫວຽດນາມ

ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງແຂວງKurskແລະບັນດາທ້ອງຖິ່ນຂອງຫວຽດນາມ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດດັ້ງ​ທິ​ງອກ​ທິ້ງຕ້ອນ​ຮັບ
​ຜູ້​ວ່າ​ການ​ແຂວງ Kursk 

ພາບ:TTXVN

(vovworld)-  ​​ຕອນ​ບ່າຍ​ວັນ​ທີ 7/12, ຢູ່​​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທິ້ງ ໄດ້​ຕ້ອນ​ຮັບ​ຜູ້​ວ່າ​ການ​ແຂວງ Kursk ຂອງ​​ສະ​ຫະ​ພັນ ລັດ​ເຊຍ, A.N.Mikhalov ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດດັ້ງ​ທິ​ງອກ​ທິ້ງ ຖື​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ, ເລື່ອງ​ພົບ​ພັນແລກ​ປ່ຽນ​ລະ​ຫວ່າງ​ບັນ​ດາ​ແຂວງ, ນະ​ຄອນ ຂອງ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ໄດ້​ດຳ​ເນີນ​ເປັນ​ປະ​ຈຳ ແລະ ໃນ​ຫລາຍ​ຂົງ​ເຂດ. ຜ່ານນັ້ນ ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດກວ່າ​ອີກ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຢືນ​ຢັນ​ວ່າ: ຫວຽດ​ນາມ ຍາມ​ໃດ​ກໍ​ຊົມ​ເຊີຍ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ໃຫມ່​ຂອງວິ​ສາ​ຫະ​ກິດ ແຂວງ Kursk ຢູ່​ຫວຽດ​ນາມ ແລະ ຈະ​ສ້າ​ງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ເປັນ​ປົກ​ກະ​ຕິ, ຍາວ​ນານ​ຢູ່​ຫວຽດ​ນາມ ແລະ ມີ​ຄວາມ​ເຊື່ອ​ໝັ້​ນ​ວ່າ ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ເປ​ີ​ດ​ກາ​ລະ​ໂອ​ກາດ​ຮ່ວມມ​ື​ໃຫ້​ແກ່​ທ້ອງ​ຖິ່ນ​ສອງ​ປະ​ເທດ.

ທ່ານ A.N.Mikhalov ຜູ້​ວ່າ​ການ​ແຂວງ Kursk ໃຫ້​ຮູ້​ວ່າ: ໃນ​ຄະ​ນະ​ປະ​ຕິ​ບັດ​ງານ​ຄັ້ງ​ນີ້ ມີ​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ: ທັນ​ຍາ​ຫານ, ການ​ລ້ຽງ​ສັດ, ການ​ຜະ​ລິດ​ນ້ຳ​ຕານ.ສະ​ນັ້ນ ປາດ​ຖະ​ຫນາ​ວ່າ: ລັດ, ບັນ​ດາ​ທ້ອງ​ຖິ່ນ ແລະ ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ຂອງ​ຫວຽດ​ນາມ​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ມາ​ລົງ​ທຶນ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.


ຕອບກັບ

ຂ່າວ/ບົດ​ອື່ນ