ຊຸກຍູ້ການຮ່ວມມືທາງດ້ານກະສີກຳ ແລະ ພັດທະນາຊົນນະບົດລະຫວ່າງຫວຽດນາມ-ຍີປຸ່ນ
ພິທີລົງນາມໃນຂໍ້ຕົກລົງຮ່ວມມືໃນຂົງເຂດກະສີກຳ, ປ່າໄມ້, ການປະມົງ ແລະ ພັດທະນາຊົນນະບົດລະຫວ່າງຫວຽດນາມ-ຍີປຸ່ນ |
(vovworld)- ຕອນບ່າຍວັນທີ 22/7, ຢູ່ຮ່າໂນ້ຍ, ສະມາຄົມຊາວກະສີກອນຫວຽດນາມ ແລະ ສະຖາບັນຄົ້ນຄ້ວາອາຊີຕາເວັນອອກຂອງຍີປຸ່ນ ໄດ້ຈັດພິທີລົງນາມໃນຂໍ້ຕົກລົງຮ່ວມມືໃນຂົງເຂດກະສີກຳ, ປ່າໄມ້, ການປະມົງ ແລະ ພັດທະນາຊົນນະບົດ. ກ່າວຄຳເຫັນທີ່ພິທີ, ທ່ານລ້າຍຊວນມົນ, ປະທານສູນກາງສະມາຄົມຊາວກະສີກອນຫວຽດນາມໃຫ້ຮູ້ວ່າ ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ສຳຄັນ, ແນໃສ່ຫັນບັນດາເນື້ອໃນກ່ຽວກັບການຮ່ວມມືທາງດ້ານກະສີກຳລະຫວ່າງຍີປຸ່ນ-ຫວຽດນາມຊຶ່ງ 2 ຝ່າຍໄດ້ແລກປ່ຽນນຳກັນເປັນລະອຽດ, ອັນໄດ້ເປີດທິດທາງຮ່ວມມືໃໝ່ ແລະ ມີປະສິດທິຜົນລະຫວ່າງ 2 ປະເທດໃນອະນາຄົດ. ເຫດການນີ້ບໍ່ພຽງແຕ່ປະກອບສ່ວນສ້າງໂຄງປະກອບເສດຖະກິດກະສີກຳຊົນນະບົດຄືນໃໝ່ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ຊົນນະບົດຫວຽດນາມເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນວັດທະນະທຳ, ເພີ່ມຄວາມເຂົ້າອົກເຂົ້າໃຈກັນ ແລະ ເຮັດໃຫ້ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ ແລະ ຊາວກະສີກອນ 2 ປະເທດມີຄວາມເລິກເຊິ່ງຕື່ມອີກ.