ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ແລະ ກະ​ຊວງພາຍ​ໃນ ອັງ​ກິດ

(VOVWORLD) - ຕອນບ່າຍວັນທີ 10 ຕຸລາ, ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງພາຍໃນ ລາຊະອານາຈັກ ອັງກິດ Yvette Cooper.
ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ແລະ ກະ​ຊວງພາຍ​ໃນ ອັງ​ກິດ - ảnh 1ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ (ພາບ: TTXVN)

ເມື່ອແລກປ່ຽນກ່ຽວກັບບັນດາມາດຕະການເພື່ອແນໃສ່ຍົກສູງການພົວພັນຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ, ສອງຝ່າຍຕົກລົງເຫັນດີສືບຕໍ່ຜັນຂະຫຍາຍເອກະສານຮ່ວມມືສະບັບຕ່າງໆທີ່ໄດ້ລົງນາມ, ພິເສດແມ່ນ ບົດບັນທຶກຊ່ວຍຈຳວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ, ບົດບັນທຶກຊ່ວຍຈຳວ່າດ້ວຍການແບ່ງປັນຂໍ້ມູນການນຳເຂົ້າສົ່ງອອກ, ບົດບັນທຶກຊ່ວຍຈຳວ່າດ້ວຍບັນດາບັນຫາອົບພະຍົບ, ຖະແຫຼງການຮ່ວມກ່ຽວກັບການຮ່ວມມືໃນຂົງເຂດອົບພະຍົບ, ຄຸ້ມຄອງການເຂົ້າ-ອອກເມືອງ, ການປ້ອງກັນ, ຕ້ານອາດຊະຍາກຳການຄ້າມະນຸດ ແລະ ການບໍລິການອົບພະຍົບແບບຜິດກົດໝາຍ. ພ້ອມດຽວກັນນັ້ນ, ສອງຝ່າຍຕ້ອງຮັກສາ, ຜັນຂະຫຍາຍການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອແນໃສ່ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການໃນວຽກງານຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ