ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ
ຕ້ອນຮັບຍລັດຖະມົນຕີກະຊວງສຶກສາ ທັງເປັນປະທານອົງການລົງທຶນ ບຣຸໄນ
(ພາບ: cpv.org.vn)
(vovworld) - ວັນທີ 19/03, ທີ່ການຕ້ອນຮັບຄະນະຜູ້ແທນໂດຍທ່ານລັດຖະມົນຕີກະຊວງສຶກສາ ທັງເປັນປະທານອົງການລົງທຶນ ບຣຸໄນ Hagi Apong ນຳໜ້າ, ມາເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີກະຊວງສຶກສາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 47 ເຊິ່ງຈັດຂຶ້ນຢູ່ຫວຽດນາມ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຢືນຢັນວ່າ, ກະຊວງ, ຂະແໜງການຂອງຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ຄະນະຜູ້ແທນໄດ້ໄປຢ້ຽມຢາມບັນດາແຂວງ, ນະຄອນ, ທ້ອງຖິ່ນຂອງຫວຽດນາມ ເພື່ອສຳຫຼວດພຶດຕິກຳຕົວຈິງ. ທ່ານປະທານປະເທດ ກໍສະເໜີວ່າ ພ້ອມກັບການເປີດກວ້າງການຮ່ວມມືໃນຂົງເຂດສຶກສາ, ສອງປະເທດຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນ ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືໃນທຸກຂົງເຂດຄື; ກຳສິກຳ, ອຸດສາຫະກຳພະລັງງານ, ການລົງທຶນ, ການຄ້າ. ທ່ານປະທານປະເທດຢືນຢັນວ່າ ຫວຽດນາມ ພ້ອມກັບບັນດາສະມາຊິກອື່ນໆໃນພາກພື້ນສະໜັບສະໜູນບຣຸໄນ ດ້ວຍຖານະຕຳແໜ່ງເປັນປະທານອາຊຽນ ໃນປີ 2013 ຢ່າງຕັ້ງໜ້າ.
ທ່ານລັດຖະມົນຕີ Hagi Apong ໄດ້ເນັ້ນໜັກວ່າ ຈະລາຍງານໝາກຜົນແຫ່ງການສຳຫຼວດຂອງຄະນະໃນການໄປຢ້ຽມຢາມເຖິງບັນດາແຂວງ, ນະຄອນຂອງຫວຽດນາມ ໃນຄັ້ງນີ້ ເຖິງບັນດາອົງການທີ່ກ່ຽວຂ້ອງ ແລະ ວິສາຫະກິດບຣຸໄນ ຫຼາຍແຫ່ງ ເພື່ອສ້າງກາລະໂອກາດຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງ 2 ປະເທດ.