ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມກັບບັນດາທ້ອງຖິ່ນຂອງນອກແວ
ຮອງປະທານຜູ້ທີ 1 ຂອງສະພາແຫ່ງຊາດນອກແວ Marit Nybbak
ຮັບເອົາພາບແຕ້ມຕົນເອງ ໂດຍອຸປະທູດຫວຽດນາມປະຈຳອົດສໂລ ແຕ້ມເອງ. (ພາບ : tgvn.com.vn) |
(vovworld)- ແຕ່ວັນທີ 26-28/10, ທ່ານນາງເອກອັກຄະລັດຖະທູດຫວຽດນາມປະຈຳນອກແວ ເລທິຕວຽດມາຍ ໄດ້ທຳການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ Stavanger ແລະ ນະຄອນTime ແນໃສ່ຊອກຮູ້ກາລະໂອກາດຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມເວົ້າລວມ ແລະ ບັນດາທ້ອງຖິ່ນຂອງຫວຽດນາມເວົ້າສະເພາະກັບ 2 ນະຄອນນີ້ຂອງນອກແວ. ທີ່ການພົບປະກັບທ່ານນາງເຈົ້າຄອງ ນະຄອນ Stavanger , 2 ຝ່າຍໄດ້ແລກປ່ຽນກ່ຽວກັບບັນດາຂົງເຂດຊຶ່ງຫວຽດນາມ ແລະ ນະຄອນ Stavanger ສາມາດເພີ່ມທະວີການຮ່ວມມືນຳກັນ. ສ່ວນທ່ານນາງເອກອັກຄະລັດຖະທູດຫວຽດນາມປະຈຳນອກແວ ເລທິຕວຽດມາຍ ໄດ້ແຈ້ງໂດຍຫຍໍ້ກ່ຽວກັບຄວາມພະຍາຍາມຂອງສະຖານທູດ ເພື່ອແນໃສ່ໂຄສະນາພາບພົດຫວຽດນາມຢູ່ນອກແວ, ຊຸກຍູ້ການພົວພັນດຳເນີນທຸລະກິດລະຫວ່າງຫວຽດນາມ ແລະ ວິສາຫະກິດນອກແວຢູ່ ນະຄອນ Stavanger.
ທີ່ການພົບປະກັບທ່ານນາງເຈົ້າຄອງນະຄອນ Time, 2 ຝ່າຍໄດ້ແລກປ່ຽນກ່ຽວກັບການພົວພັນດ້ານເສດຖະກິດ, ວັດທະນະທຳ, ແລກປ່ຽນນັກສຶກສາ ແລະ ທ່ອງທ່ຽວລະຫວ່າງຫວຽດນາມກັບ ນະຄອນTime ກໍຄືເຂດ Rogaland .