ຊຸກຍູ້ການຮ່ວມມືຫວຽດນາມ- ໂຮນລັງໃນຂົງເຂດປ່ຽນແປງຂອງດິນຟ້າອາກາດແລະ ຄຸ້ມຄອງນ້ຳ
ວາລະປະຊຸມຄັ້ງທີ 6 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ໂຮນລັງ
|
(vovworld) - ວັນທີ 19/4, ຢູ່ ລາໄຮ (ປະເທດ ໂຮນລັງ), ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ແລະ ທ່ານລັດຖະມົນຕີກະຊວງພື້ນຖານໂຄງລ່າງ ແລະ ສິ່ງແວດລ້ອມ ໂຮນລັງ Melanie Schultz ເປັນປະທານຮ່ວມວາລະປະຊຸມຄັ້ງທີ 6 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ໂຮນລັງ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງນ້ຳ. ເມື່ອແລກປ່ຽນທີ່ວາລະປະຊຸມ, ທ່ານລັດຖະມົນຕີ Melanie Schultz ຢັ້ງຢືນວ່າ: ໂຮນລັງ ກຽມພ້ອມໜູນຊ່ວຍ ແລະ ຖ່າຍທອດເຕັກນິກໃຫ້ແກ່ ຫວຽດນາມ ເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງແບບຍືນຍົງ, ມີປະສິດທິຜົນ, ກໍ່ຄືພ້ອມກັນແກ້ໄຂບັນດາສິ່ງທ້າທາຍຂອງການປ່ຽນແປງຂອງດິນຟ້າອາກາດ. ທ່ານລັດຖະມົນຕີ Melanie Schultz ໃຫ້ຮູ້ວ່າ: ຫຼາຍບໍລິສັດຂອງ ໂຮງລັງມີບົດຮຽນມາແຕ່ດົນນານໃນບັນຫານີ້ ແລະ ບາງສະຖາບັນຄົ້ນຄ້ວາໂດ່ງດັງຂອງ ໂຮນລັງ ປາດຖະໜາຢາກມີກາລະໂອກາດຮ່ວມມື, ໜູນຊ່ວຍ ຫວຽດນາມ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 19/4, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ມີການພົບປະກັບທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte. ທີ່ການພົບປະ, ການນຳ 2 ທ່ານໄດ້ຕີລາຄາສູງບັນດາການເຄື່ອນໄຫວມີປະສິດທິຜົນທີ່ໄດ້ຮັບການຜັນຂະຫຍາຍໃນຂອບເຂດຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໂຮນລັງ ໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຂົງເຂດພັດທະນາກະສິກຳແບບຍືນຍົງ; ໃຫ້ຄຳໝັ້ນສັນຍາຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ.