ຊຸຸກຍູ້ການຮ່ວມມືໃນວຽກງານແນວໂຮມ ລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ - ລາວ

(VOVWORLD) -ວັນທີ 24 ກໍລະກົດ, ກອງປະຊຸມຕີລາຄາກ່ຽວກັບໂຄງການຮ່ວມມືສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບລະຫວ່າງແນວໂຮມປະເທດຊາດຫວຽດນາມ ແຂວງເທື່ອທຽນ - ເຫວ້ ແລະ ແນວລາວສ້າງຊາດ ແຂວງສາລະວັນ ໄລຍະ 2012 – 2018 ໄດ້ຈັດຂຶ້ນຢູ່ນະຄອນເຫວ້.

ຊຸຸກຍູ້ການຮ່ວມມືໃນວຽກງານແນວໂຮມ ລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ - ລາວ - ảnh 1ພິທີລົງນາມໃນບົດບັດທຶກວ່າດ້ວຍການຮ່ວມມື ໄລຍະ 2018 - 2020ທີ່ກອງປະຊຸມ

(ພາບ: Quoc Viet/TTXVN)

ແຂວງເທື່ອທຽນ - ເຫວ້ ມີເສັ້ນຊາຍແດນຮ່ວມກັບບັນດາທ້ອງຖິ່ນຂອງ ສປປ.ລາວ ລວມຄວາມຍາວ 80 Km. ເພື່ອສົມທົບກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ໃນໄລຍະ 6 ປີຜ່ານມາ, ແຂວງເທື່ອທຽນ - ເຫວ້ ໄດ້ແຕ່ງຕັ້ງຄະນະຜູ້ແທນໄປແຂວງສາລະວັນຫຼາຍຄະນະ ເພື່ອພົບປະ, ແລກປ່ຽນ; ພ້ອມທັງຈັດຕັ້ງການໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນຢູ່ເຂດພູດອຍເມືອງ ອາເລືອຍ ແລະ ແຂວງສາລະວັນ ເພື່ອປ້ອງກັນ, ສ້າງເສັ້ນຊາຍແດນສາມັກຄີ ແລະມິດຕະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ