(ພາບປະກອບ)
(vovworld) - ກອງປະຊຸມສົ່ງເສີມການລົງທຶນ “ກາລະໂອກາດລົງທຶນເຂົ້າ ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ CLMV“, ເຊິ່ງລວມມີກຳປູເຈຍ, ລາວ, ມຽນມາ, ແລະ ຫວຽດນາມ, ຫາກໍ່ດຳເນີນຢູ່ນະຄອນ Kolkata, ອິນເດຍ. ກອງປະຊຸມໂດຍທະນາຄານຂາອອກຂາເຂົ້າ ອິນເດຍ (Eximbank) , ສະຖານທູດ ຫວຽດນາມ ປະຈຳ ອິນເດຍ, ຫ້ອງການການຄ້າ Bharat ຢູ່ Kolkata ແລະ ບາງອົງການຕາງໜ້າ, ສະຫະສະມາຄົມ ແລະ ວິສາຫະກິດ ອິນເດຍ ສົມທົບກັນຈັດຕັ້ງ. ກອງປະຊຸມ ເພື່ອແນໃສ່ຜັນຂະຫຍາຍບ້ວງໜູນຊ່ວຍທີ່ມີມູນຄ່າ 85 ລ້ານໂດລາສະຫະລັດ ຂອງລັດຖະບານ ອິນເດຍ ທີ່ສະຫງວນໃຫ້ບັນດາບໍລິສັດ ອິນເດຍທີ່ລົງທຶນເຂົ້າ CLMV, ເຊິ່ງຈຸດສຸມແມ່ນ ຫວຽດນາມ. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ເຈິ່ນກວາງຕ໋ວຽນ, ຕີລາຄາສູງຂໍ້ລິເລີ່ມກໍ່ສ້າງ ແລະ ຄວາມມານະພະຍາຍາມຜັນຂະຫຍາຍບ້ວງທຶນໜູນຊ່ວຍຂອງລັດຖະບານ ອິນເດຍ ເຂົ້າຂົງເຂດ CLMV ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ. ທ່ານ ອັກຄະລັດຖະທູດ ເຈິ່ນກວາງຕ໋ວຽນ ຊີ້ແຈ້ງວ່າ, ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິຮູບ ແລະ ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ບັນດາວິສາຫະກິດຕ່າງປະເທດຢ່າງແຮງ.