ຊຸກຍູ້ສິນຄ້າ “Made in Vietnam” ແຊກຊຶມເຂົ້າລະບົບການຈຳໜ່າຍຂອງອີຕາລີ

(VOVWORLD) - ທ່ານ Claudio Pasini, ເລຂາທິການໃຫຍ່ຫ້ອງການການຄ້າເຂດ Emilia – Romagna ຕີລາຄາວ່າ ໃນຊຸມປີມໍ່ໆມານີ້, ບັນດາຜະລິດຕະພັນຂອງ ຫວຽດນາມ ບໍ່ພຽງແຕ່ເພີ່ມທະວີກ່ຽວກັບປະລິມານເທົ່ານັ້ນ ຫາກຍັງປັບປຸງດ້ານຄຸນນະພາບພໍສົມຄວນອີກດ້ວຍ. 
ຊຸກຍູ້ສິນຄ້າ “Made in Vietnam” ແຊກຊຶມເຂົ້າລະບົບການຈຳໜ່າຍຂອງອີຕາລີ - ảnh 1 ພາບປະກອບຈາກ ດືກແອງ/VOV5

ແຕ່ວັນທີ 23 -26 ກໍລະກົດ, ກະຊວງອຸດສາຫະກຳ ຫວຽດນາມ ໄດ້ສົມທົບກັບອົງການຕ່າງໜ້າການຄ້າສະຖານທູດ ຫວຽດນາມ ປະຈຳ ອີຕາລີ, ອຳນາດການປົກຄອງບັນດາເຂດ Emilia – Romagna ແລະ Lazio, ສະຫະພັນສະຫະກອນແຫ່ງຊາດ ອີຕາລີ (LegaCoop) ແລະ ບາງວິສາຫະກິດ ອີຕາລີ ຈັດຕັ້ງລາຍການສົ່ງເສີມການຄ້າຢູ່ 2 ນະຄອນຄື Bolagna ແລະ Rome ເພື່ອແນໃສ່ຊຸກຍູ້ວິສາຫະກິດ ຫວຽດນາມ ສົ່ງອອກສິນຄ້າ, ຜະລິດຕະພັນໂດຍກົງເຂົ້າເຄືອຂ່າຍຈຳໜ່າຍຂອງ ອີຕາລີ ໂດຍຜ່ານ 2 ລະບົບສຳຄັນແມ່ນ Coop Italia ແລະ Conad. ທ່ານ Claudio Pasini, ເລຂາທິການໃຫຍ່ຫ້ອງການການຄ້າເຂດ Emilia – Romagna ຕີລາຄາວ່າ ໃນຊຸມປີມໍ່ໆມານີ້, ບັນດາຜະລິດຕະພັນຂອງ ຫວຽດນາມ ບໍ່ພຽງແຕ່ເພີ່ມທະວີກ່ຽວກັບປະລິມານເທົ່ານັ້ນ ຫາກຍັງປັບປຸງດ້ານຄຸນນະພາບພໍສົມຄວນອີກດ້ວຍ. ນອກຈາກນັ້ນ, ຫວຽດນາມ ກໍ່ຍັງມີກຳລັງຄົນງານໜຸ່ມທີ່ມີຄຸນນະພາບສູງ. ຍ້ອນເຫດນັ້ນ, ກຳລັງຄວາມສາມາດແກ່ງແຍ້ງຂອງ ຫວຽດນາມ ກໍ່ເພີ່ມຂຶ້ນ, ປະສິດທິຜົນການຜະລິດ ແລະ ຄຸນນະພາບຜະລິດຕະພັນໄດ້ຮັບການປັບປຸງ. ນີ້ແມ່ນບັນດາຈຸດພິເສດ, ປັດໄຈນຳມາເຊິ່ງຜົນງານຂອງ ຫວຽດນາມ ຢູ່ຕະຫຼາດ ເອີລົບ ເວົ້າສະເພາະ ແລະ ຕະຫລາດໂລກເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ