ຊຸກຍູ້ແລະເຮັດໃຫ້ການພົວພັນສາມັກຄີແບບພິເສດຫວຽດນາມ-ລາວໃຫ້ເລິກເຊິ່ງກວ່າ
(ການເຈລະຈາລະຫວ່າງປະທານສະພາແຫ່ງຊາດ 2 ທ່ານ)
(vovworld) - ພິທີຕ້ອນຮັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ ຊຶ່ງໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຖືກດຳເນີນໃນຕອນເຊົ້າວັນທີ 06/03 ຢູ່ຮ່າໂນ້ຍ. ພາຍຫຼັງພິທີຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການເຈລະຈາກັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ. ທີ່ການເຈລະຈາ, ເພື່ອເພີ່ມທະວີບັນດາຂົງເຂດຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງໃຫ້ດີກວ່າອີກ, ປະທານສະພາແຫ່ງຊາດ 2 ທ່ານໄດ້ເຫັນດີເພີ່ມທະວີການສົມທົບກັນປະຕິບັດບັນດາຖະແຫຼງການຮ່ວມ ຫວຽດນາມ - ລາວ ຢ່າງມີປະສິດທິຜົນ, ບັນດາການກຳນົດທິດໃຫຍ່ທີ່ການພົບປະຂັ້ນສູງປະຈຳປີລະຫວ່າງ 2 ກົມການເມືອງ, ໝາກຜົນກອງປະຊຸມຄັ້ງທີ 39 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ 2 ປະເທດ… 2 ຝ່າຍສືບຕໍ່ຮັກສາການແລກປ່ຽນບັນດາການຢ້ຽມຢາມຂອງການນຳຂັ້ນສູງ 2 ປະເທດເປັນປະຈຳ ແລະ ເພີ່ມທະວີການແລກປ່ຽນບັນດາຄະນະຜູ້ແທນມາຮ່ຳຮຽນເອົາບົດຮຽນລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດ…
ພາຍຫຼັງການເຈລະຈາ, ປະທານສະພາແຫ່ງຊາດ 2 ທ່ານ ພ້ອມກັນດຳເນີນການລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລາວ. ປະທານສະພາແຫ່ງຊາດ 2 ທ່ານກໍ່ໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະ ຫ້ອງວ່າການສະພາແຫ່ງຊາດລາວ.
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ
ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ)
ແລະກໍ່ໃນຕອນເຊົ້າວັນທີ 06/03, ທີ່ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ການຢ້ຽມຢາມແມ່ນເຫດການການເມືອງພິເສດ ມີຄວາມໝາຍສຳຄັນ ສ້າງກຳລັງໜູນໃໝ່ເພື່ອຊຸກຍູ້ ແລະ ເຮັດໃຫ້ການພົວພັນສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ ເລິກເຊິ່ງກວ່າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່ໍສະເໜີໃຫ້ 2 ຝ່າຍສືບຕໍ່ນຳການພົວພັນດ້ານການເມືອງເຂົ້າສູ່ລວງເລິກ; ເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືດ້ານການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ ແລະ ການລົງທຶນ, ການສຶກສາ - ບຳລຸງສ້າງ… ຢ່າງບໍ່ຢຸດຢັ້ງ. ທ່ານນາຍົກລັດຖະມົນຕີ ປາດຖະໜາ ຢາກໃຫ້ 2 ຝ່າຍແລກປ່ຽນຂໍ້ມູນຂ່າວສານເປັນປະຈຳ, ສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີສາກົນ, ພາກພື້ນກໍ່ຄືບັນດາກົນໄກອະນຸພາກພື້ນ; ເຮັດໃຫ້ວິວັດທະນາການຮ່ວມມື, ຮ່ວມສຳພັນຂອງປະຊາຄົມອາຊຽນ ເລິກເຊິ່ງກວ່າ ແລະ ຮັກສາສຽງເວົ້າລວມຂອງອາຊຽນ ໃນບັນດາບັນຫາຍຸດທະສາດຂອງພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.
ສ່ວນທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ປາດຖະໜາວ່າ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ 2 ລັດຖະບານ ຈະແມ່ນກຳລັງໜູນສຳຄັນ ເພື່ອຍົກສູງວົງເງິນການຄ້າ 2 ສົ້ນໃນໄລຍະຈະມາເຖິງ. ຊົມເຊີຍຫວຽດນາມ ໄດ້ເປັນເຈົ້າພາບເຫດການການຕ່າງປະເທດທີ່ມີຂອບຂະໜາດໃຫຍ່ APEC 2017, ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ເຊື່ອໝັ້ນວ່າ ດ້ວຍບັນດາບົດຮຽນທີ່ມີຢູ່ແລ້ວ, ຫວຽດນາມ ຈະຈັດຕັ້ງເຫດການການຕ່າງປະເທດພິເສດນີ້ສຳເລັດຜົນ.
(ທ່ານປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບ
ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້)
ແລະຕອນບ່າຍວັນທີ 06/03, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້. ທ່ານປະທານປະເທດ ເຈີນດ້າຍກວາງ ສະເໜີວ່າ, ໃນໄລຍະຈະມາເຖິງ, ສະພາແຫ່ງຊາດ 2 ປະເທດຄວນສືບຕໍ່ສົມທົບກັນຕິດຕາມ, ກະຕຸກຊຸກຍູ້ປະກອບສ່ວນຜັນຂະຫຍາຍບັນດາສັນຍາຮ່ວມມື ແລະ ຂໍ້ຕົກລົງຂັ້ນສູງລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ. ທ່ານປະທານປະເທດ ປາດຖະໜາວ່າ, ສະພາແຫ່ງຊາດ 2 ປະເທດສືບຕໍ່ສົມທົບກັນ, ເພີ່ມທະວີການຕິດຕາມກວດກາ ແລະ ສ້າງເງື່ອນໄຂໃຫ້ບັນດາໂຄງການຮ່ວມມືລົງທຶນລະຫວ່າງ 2 ປະເທດ, ໃນນັ້ນມີບັນດາໂຄງການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ລາວ ຜັນຂະຫຍາຍຢ່າງມີປະສິດທິຜົນ.
ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຢືນຢັນວ່າ, ໃນຖານະຕຳແໜ່ງຂອງຕົນ ຈະສືບຕໍ່ຈະຊຸກຍູ້ບັນດາໂຄງການຮ່ວມມືລະຫວ່າງ 2 ລັດຖະບານ ປະຕິບັດຢ່າງມີປະສິດທິຜົນທີ່ສຸດ.