ຊຸດເສື້ອຍາວຂອງຫວຽດນາມສ້າງຄວາມປະທັບໃຈທີ່ງານປະກວດນາງງາມຈັກກະວານ 2013

ຊຸດເສື້ອຍາວຂອງຫວຽດນາມສ້າງຄວາມປະທັບໃຈທີ່ງານປະກວດນາງງາມຈັກກະວານ 2013 - ảnh 1
ນາງງາມ ເຈືອງທິໄມ

(vovworld) – ​ແວບ​ໄຊ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ສະ​ເພາະ​ກ່ຽວ​ກັບ​ງານ​ປະ​ກວດ​ນາງ​ງາມ Missosology ​ໄດ້​ຍົກ​ອອກ​ບັນຊີ​ລາຍ​ຊື່ 5 ຊຸ​ດອາພອນ​ງາມ​ທີ່​ສຸດ​ທີ່​ງາມ​ປະ​ກວດ​ນາງ​ງາມຈັກກະວານ (Miss Universe 2013). ຕາມ​ນັ້ນ​ແລ້ວ, ຊຸດ​ເຊື້​ອຍາວ​ຂອງ​ຜູ້​ສອບ​ເສັງຕາງໜ້າ​ໃຫ້ ຫວຽດນາມ ​ເຈືອງທີ​ໄມ ຢື່ນ​ອັນ​ດັບ​ໜຶ່ງ​ໃນ​ບັນຊີ​ລາຍ​ຊື່​ນີ້ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ແມ່ນ​ຊຸດ​ອາພອນ​ສ້າງ​ຄວາມ​ປະ​ທັບ​ໃຈ​​ໃຫ້​ແກ່​ຜູ້​ຊົມ.

    ຕ​ອນຄຳ່​ວັນ​ທີ 3/11, ຢູ່​ນະຄອນຫຼວງ​ມົດ​ສະ​ກູ​ຂອງ​ສະຫະພັນ ລັດ​ເຊຍ, ​ໃນ​ຂອບ​ເຂດ​ງານ​ປະ​ກວດ​ນາງ​ງາມຈັກກະວານ ປີ 2013 ​ໄດ້​ດຳ​ເນີນ​ການສະ​ແດງ​ຊຸດ​ອາພອນ​ປະຈຳ​ຊາດ.  ​ເຈືອງ​ທິ​ໄມ, ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ເມື່ອ​​ຕົນ​ເອງ​ແມ່ນ​ນາງ​ສາວ ຫວຽດນາມ. ຍາມ​ໃດຂ້າພະ​ເຈົ້າກໍ່​ມີ​ຄວາມ​ຫວັງ ​ແລະ ມານະ​ພະຍາຍາມ. ນາງ​ສາວ​ແຕ່ລະຄົນ, ຜູ້​ໃດ​ກໍ່ມີ​ຄວາມ​ງາມ​ ​ແລະ ມີ​ທ່າ​ແຮງສະ​ເພາະຂອງ​ໃຜ​ມ​ັນ, ​ແຕ່​ຂ້າພະ​ເຈົ້າ​ມານະ​ພະຍາຍາມ​ດ້ວຍ​ບັນດາ​ທ່າ​ແຮງ​ ​ແລະ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ. ຂ້າພະ​ເຈົ້າ​ຫວັງ​ວ່າ​ທຸກ​ຄົນ​ສືບ​ຕໍ່​ສະໜັບສະໜູນ​ຂ້າພະ​ເຈົ້າ.”

ຂ່າວ/ບົດ​ອື່ນ