(vovworld) – ຕອນຄໍ່າວັນທີ 22/01, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຊີ້ນຳກອງປະຊຸມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອປຶກສາຫາລື ແລະ ສະເໜີບັນດາບັນຫາສຳຄັນກ່ຽວກັບການຄຸ້ມຄອງ ແລະ ບໍລິຫານເສດຖະກິດມະຫາພາກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ ວຽກງານຊີ້ນຳ, ບໍລິຫານຕ້ອງຢືດໝັ້ນກັບບັນດາຄາດໝາຍທີ່ວາງອອກນັບແຕ່ຕົ້ນປີ ເພື່ອຮັບປະກັນການເຕີບໂຕ GDP ປີ 2015 ໃຫ້ບັນລຸ 6,2%, ຄວບຄຸມໄພເງິນເຟີ້ໃນລະດັບ 5%... ດ້ວຍຈິດໃຈລວມຄືແນວນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ທະນາຄານແຫ່ງລັດ ຕ້ອງເປັນເຈົ້າການບໍລິຫານດອກເບ້ຍ ແລະ ເຕີບໂຕບ້ວງເງິນສິນເຊື່ອໃຫ້ເໝາະສົມກັບການຜັນແປຂອງໄພເງິນເຟີ້ ເພື່ອຮັບປະກັນການເຕີບໂຕດ້ານເສດຖະກິດຄືຄາດໝາຍທີ່ໄດ້ວາງອອກ. ກ່ຽວກັບການຂຸດຄົ້ນນ້ຳມັນດິບ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຮຽກຮ້ອງໃຫ້ກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ ສູ້ຊົນບັນລຸແຜນການທີ່ໄດ້ວາງອອກຢ່າງສູງສຸດ ແຕ່ຕ້ອງໃກ້ຊິດຕິດແທດກັບພັນສະພາບລາຄານ້ຳມັນດິບເພື່ອບໍລິຫານການຂຸດຄົ້ນນ້ຳມັນດິບບົນຫຼັກການບໍ່ໃຫ້ຫຼຸບທຶນ ແລະ ໄລ່ລຽງເຖິງບໍ່ນ້ຳມັນແຕ່ລະແຫ່ງຢ່າງລະອຽດ. ທ່ານນາຍົກລັດຖະມົນຕີ ຊີ້ນຳໃຫ້ກຸ່ມບໍລິສັດໄຟຟ້າຫວຽດນາມ ກວດກາຄືນເພື່ອຫຼຸດຜ່ອນລາຄາຢ່າງແຮງ, ໃນນັ້ນມີບັນຫາຂາດແຄນໄຟຟ້າ ແລະ ເພີ່ມສະມັດຕະພາບແຮງງານ. ທ່ານນາຍົກລັດຖະມົນຕີ ຊີ້ນຳໃຫ້ໜ່ວຍຄົ້ນຄວ້າບໍລິຫານເສດຖະກິດມະຫາພາກ ເອົາໃຈໃສ່ເຖິງບາງເນື້ອໃນ, ໃນນັ້ນມີການກະທົບເຖິງເສດຖະກິດຫວຽດນາມ ເມື່ອຫວຽດນາມ ເຂົ້າຮ່ວມສັນຍາການຄ້າເສລີ ແລະ ປະຊາຄົມເສດຖະກິດອາຊຽນ ໄດ້ຮັບການສ້າງຕັ້ງ, ພ້ອມທັງຕີລາຄາຄືນລະບົບຂາຍຍ່ອຍຂອງຫວຽດນາມ ໃນສະພາບແກ່ງແຍ້ງຢ່າງຂ້ຽວຂາດ, ໜີ້ສາທາລະນະ, ການດັດປັບລາຄາບາງການບໍລິການສາທາລະນະຈຳນວນໜຶ່ງ.