ຊີຣີ: ກອງທັບ ແລະ ກຳລັງຝ່າຍຄ້ານຂໍ້ຕົກລົງ ຢຸດຍິງຢູ່ຫຼາຍແຫ່ງ
(ພາບປະກອບ)
(vovworld) - ວັນທີ 17/02, ກອງທັບ ແລະ ກຳລັງຝ່າຍຄ້ານເຫັນດີຕໍ່ຂໍ້ຕົກລົງຢຸດຍິງຢູ່ສະຖານທີ່ເຄັ່ງຮ້ອນບາງແຫ່ງອ້ອມນະຄອນຫຼວງ Damascus. ຢູ່ເຂດຊານນະຄອນ Babbila, ທາງພາກໃຕ້ນະຄອນຫຼວງ Damascus, ເຂົ້າເຈົ້າໄດ້ເຫັນປະຈັກຕາບັນດາມືປືນ ແລະ ທະຫານລັດຖະບານໂອ້ລົມກັນ, ນີ້ແມ່ນຊິ່ງທີ່ກ່ອນນີ້ 2 - 3 ວັນ ບໍ່ມີໃຜຄິດເຖິງ. ຄຽງຂ້າງ Babbila, ບັນດາຂໍ້ຕົກລົງຢຸດຍິງອື່ນກໍ່ບັນລຸໄດ້ຢູ່ Qudsaya, Moadamiyet al – Sham, Barzed, Beit Sahem, Yalda ແລະ Yarmuk. ບັນດາຂໍ້ຕົກລົງດັ່ງກ່າວລວມມີຄຳສັ່ງຢຸດຮົບ, ຢຸດຕິການປິດລ້ອມ ແລະ ອະນຸຍາດໃຫ້ຂົນສົ່ງທັນຍາຫານເຂົ້າບັນດາເຂດໂດຍພວກທະຫານກະບົດຄວບຄຸມ ແລະ ກົງກັນຂ້າມ, ບັນດານັກຮົບຝ່າຍຄ້ານຈະມອບອາວຸດປະເພດໜັກ ແລະ ອຳນາດການປົກຄອງໄດ້ຊັກທຸງຊາດຢູ່ບັນດາເຂດດັ່ງກ່າວ.