ຊີຣີ: ທະຫານລັດຖະບານສືບຕໍ່ຍູ້ຖອຍພວກ IS ຢູ່ທາງພາກໃຕ້ Damascus
(VOVWORLD) -ວັນທີ 27 ເມສາ, ທະຫານລັດຖະບານ ຊີຣີ ບັນລຸໄດ້ບັນດາບາດກ້າວພໍເດີນສົມຄວນ ຕໍ່ພວກ IS ຢູ່ທາງພາກໃຕ້ ນະຄອນຫຼວງ Damascus ພາຍຫຼັງດຳເນີນການບຸກໂຈມຕີເປັນເວລາກວ່າ 1 ອາທິດຢູ່ເຂດນີ້.
(ພາບປະກອບ: AFP/TTXVN)
|
ບັນດາກົມກອງທະຫານທາງບົກ ດ້ວຍການໜູນຊ່ວຍຂອງກອງທັບອາກາດ ແລະ ປືນໃຫຍ່ ຍາດໄດ້ໄຊຊະນະໃນການປະທະກັນຢູ່ຫຼາຍເຂດທາງພາກໃຕ້ Damacus ເຮັດໃຫ້ກຳລັງ IS ຖືກເສຍຫາຍຢ່າງໜັກໜ່ວງນັບທັງທາງດ້ານກຳລັງແຮງ ແລະ ອາວຸດ. ບັນດາກຳລັງລັດຖະບານໄດ້ດຳເນີນການບຸກໂຈມຕີຢູ່ເມືອງທາງພາກໃຕ້ Damacus ນັບແຕ່ວັນທີ 19 ເມສາ, ພາຍຫຼັງ IS ປະຕິເສດລົງນາມໃນຂໍ້ຕົກລົງຖອນອອກຈາກເຂດດັ່ງກ່າວ.