ຊີຣີ ພາຍຫລັງ 1 ປີເກີດການຈະລາຈົນ
ການແຫ່ຂະບວນປະທ້ວງຍັງສືບຕໍ່ເກີດຂຶ້ນຢູ່ ຊີຣີ
(ພາບ:dangcongsan.vn)
|
( vovworld ) – ວັນທີ 15/3, ເປັນຂີດໝາຍ 1 ປີເຕັມແຫ່ງວັນເກີດວິກິດການດ້ານການເມືອງ ແລະ ການຈະລາຈົນ ຊື່ງໄດ້ເຮັດໃຫ້ 8000 ຄົນເສຍຊີວິດ ແລະ ເຮັດໃຫ້ນັບໝື່ນໆຄົນຕ້ອງໄປລີ້ໄພ. ເຖິງວ່າ ທັງລັດຖະບານ ຊີຣີ ແລະ ປະຊາຄົມໂລກ ໄດ້ມີຄວາມມານະພະຍາຍາມຊອກຫາມາດຕະການຢຸດຕິກະແສຟອງນີ້ກໍ່ຕາມ ແຕ່ມາຮອດປະຈຸບັນ, ວິກິດການຢູ່ ຊີຣີ ຍັງບໍ່ທັນມີທາງອອກເທື່ອ. ກ່າວຄຳເຫັນທີ່ນະຄອນຫຼວງ Damascus ເນື່ອງໃນໂອກາດເຫດການນີ້, ທ່ານ Jihad Makdissi ໂຄສົກກະຊວງການຕ່າງປະເທດ ຊີຣີ ຖືວ່າ: ວິກິດການປະຈຸບັນນີ້ສັບສົນທີ່ສຸດ ແຕ່ ຊີຣີ ຍັງຢາກຊອກຫາມາດຕະການແກ້ໄຂດ້ວຍຕົນເອງ ຫາກບໍ່ຕ້ອງການການແຊກແຊງຈາກພາຍນອກ. ກ່ຽວຂ້ອງເຖິງ ຊີຣີ ຍັງມີຂ່າວໃຫ້ຮູ້ວ່າ: ວັນທີ 14/3, ອາຣາບີ ຊາອູດີ, ອີຕາລີ ແລະ ໂຮນລັງ ໄດ້ພ້ອມກັນປະກາດປິດປະຕູສະຖານທູດປະຈຳ ຊີຣີ ແລະ ສົ່ງບັນດານັກການທູດກັບເມືອປະເທດ ເພື່ອຄັດຄ້ານເລື່ອງອຳນາດການປົກຄອງຂອງປະທານາທິບໍດີ Atxat ບໍ່ສະກັດກັ້ນການໃຊ້ຄວາມຮຸນແຮງໄດ້. ກ່ອນໜ້ານັ້ນ, ອັງກິດ, ຝະລັ່ງ, ແອດສະປາຍ ແລະ ອາເມລິກາ ກໍໄດ້ປິດປະຕູສະຖານທູດປະຈຳ ຊີຣີ.