ທ່ານປະທານາທິບໍດີ ຊີຣີ Bashar al – Assad (ເບື້ອງຂວາ)
(ພາບ: EPA/TTXVN)
(vovworld) – ວັນທີ 19/01, ທ່ານປະທານາທິບໍດີ ຊີຣີ Bashar al – Assad ໃຫ້ຮູ້ວ່າ ການເຈລະຈາສັນຕິພາບຢູ່ນະຄອນຫລວງ Astana ຂອງ ກາຊັກສະຖານ ໃນອາທິດຈະມາເຖິງ ຈະສຸມໃສ່ເຂົ້າໃນເລື່ອງຢຸດຕິ້ບັນດາການກະທຳທີ່ເປັນປໍລະປັກ ອະນຸຍາດໃຫ້ຂົນສົ່ງສິນຄ້າຊ່ວຍເຫຼືອມະນຸດສະທຳເຂົ້າປະເທດຕາເວັນອອກກາງນີ້. ຕາມເນື້ອໃນໂດຍຫ້ອງວ່າການປະທານາທິບໍດີ ຊີຣີ ປະກາດແລ້ວ, ກ່າວຄຳເຫັນໃນຊ່ອງໂທລະພາບ TBS ຂອງ ຍີ່ປຸ່ນ, ທ່ານ Bashar al – Assad ໃຫ້ຮູ້ວ່າ: ການເຈລະຈາສັນຕິພາບຈະເອົາໃຈໃສ່ເປັນພິເສດ ແລະ ສະຫງວນບຸລິມະສິດ ເພື່ອບັນລຸໄດ້ຄຳສັ່ງຢຸດຍິງ ແນໃສ່ປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນ ແລະ ອະນຸຍາດໃຫ້ຈົນສົ່ງສິນຄ້າຊ່ວຍເຫຼືອມະນຸດສະທຳເຖິງຫລາຍເຂດຢູ່ ຊີຣີ. ນອກນັ້ນ ການນຳ ຊີຣີ ກໍ່ເຊື່ອໝັ້ນວ່າ ການເຈລະຈາສັນຕິພາບນີ້ ຈະ ອະນຸຍາດໃຫ້ບັນດາກຸ່ມລຸກຮື້ຂຶ້ນບັນລຸໄດ້ຂໍ້ຕົກລົງໄກ່ເກຍປອງດອງຕ່າງໆກັບລັດຖະບານ.