ຊີຣີ ແຕ່ງຕັ້ງ ນາຍົກລັດຖະມົນຕີຄົນໃໝ່

ຊີຣີ ແຕ່ງຕັ້ງ ນາຍົກລັດຖະມົນຕີຄົນໃໝ່ - ảnh 1
ທ່ານນາຍົກລັດຖະມົນຕີຄົນໃໝ່ Riad Hijab
(ພາບ: Getty Images)

(vovworld) – ຕາມ​ໂທລະພາບ​ແຫ່ງ​ຊາດ​ ຊີຣີ ​ແລ້ວ, ຕອນ​ບ່າຍ​ວັນ​ທີ 6/8, ທ່ານ​ຮອງ​ນາຍົກລັດຖະມົນຕີ Omar Ghalawanji ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່​ຂອງ​ລັດຖະບານ ຊີຣີ. ​ແຫຼ່ງຂ່າວ​ກ່ຽວ​ກັບ​ການ​ແຕ່ງ​ຕັ້ງທ່າ​ນ Ghalawanji ​ຖືກ​ຍົກ​ອອກ​ມາ​ພາຍຫຼັງ​ທີ່ມີຂ່າວ​ທ່ານ​ນາຍົກລັດຖະມົນຕີ Riyad Hijab ຖືກ​ປົດ​ຕຳ​ແໜ່​ງ​​ໂດ​ຍບໍ່​ຊີ້​ແຈງ​ເຫດຜົນ​ຢ່າງ​ເປັນ​ທາງ​ການພຽງ 2, 3 ຊົ່ວ​ໂມ​ງ​. ກ່ອນ​ໜ້າ​ນັ້ນ, ຊ່ອງ​ໂທລະພາບ Al Jazeera ທີ່​ມີ​ສຳນັກງານ​ຕັ້ງຢູ່ Cata ​ໃຫ້​ຮູ້​ວ່າ​: ທ່ານ Hijab ພ້ອມ​ກັບ​ຄອບຄົວ ​ໄດ້​ຫຼົບ​ໜີ​​ໄປຍັງ ຈໍ​ແດນ ຕາມ​ແຜ​ນການ​ຂອງ​ກຳລັງ​ກອງທັບ ​ເສລີພາບຊີຣີ (ຫຼື FSA). ​ແລະ ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ການ​​ເງິນ ຊີຣີ Mohammed Jlailati ​ໄດ້​ປະຕິ​ເສດ​ແຫຼ່ງຂ່າວ​ທີ່​​ໃຫ້​ຮູ້​ວ່າ: ທ່ານ​ຖືກ​ກອງທັບ​ລັດຖະບານ ຈັບ​ຕົວ​ໃນ​ຂະນະ​ທີ່​ພວມ​ຫາ​ທາງ​ຫຼົບໜີ. ​ໃນ​​ໂທລະສັບ​ທີ່​ໂທຫາໂທລະພາບ​ແຫ່ງ​ຊາດ ຊີຣີ, ທ່ານ​ລັດຖະມົນຕີ Jlailati ​ຖື​ວ່າ: ນີ​້ແມ່ນ​ກົນອຸບາຍ​ແບ່ງ​ແຍກ​ອຳນາດ​ການ​ປົກຄອງ Damacus.

​ໂດ​ຍມີ​ຄວາມ​ວິຕົກ​ກັງວົນ​ຕໍ່ສະພາບ​ການ​ຊົ່ວ​ຮ້າຍ​ລົງຢ່າງ​ວ່ອງ​ໄວ​ຢູ່ ຊີຣີ, ອີຣານ ຈະ​ເປັນ​ເຈົ້າ​ພາບ​ຈັດກອງ​ປະຊຸມ​ທາ​ບທາມ​ຄວາມ​ເຫັນ​ກ່ຽວ​ກັບ ຊີຣີ ​​ໃນ​ວັນ​ທີ 9/8 ຈະ​ມາ​ເຖິງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ໃນ​ພາກ​ພື້ນ 12 ທ່ານ. ນອກຈາກ​ນັ້ນ​ແລ້ວ, ປະທານາທິບໍດີ​ປະ​ເທດ​ນີ້, ທ່ານ Mahmoud Ahmadinejad ກໍ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ນັດ​ວິສາມັນ​ຂອງ​ອົງການ​ບັນດາ​ປະ​ເທດ ອິດສະ​ລາມ (ຫຼື OIC) ທີ່​ຈະຈັດ​ຂຶ້ນຢູ່​ໂບດ Mecca ​ໃນ​ອາທິດ​ໜ້າ.

ຂ່າວ/ບົດ​ອື່ນ