ຊີຣີປະກາດຈະເຂົ້າຮ່ວມສັນຍາປາຣີ

(VOVWORLD) -ກ່າວຄຳເຫັນຕໍ່ໜ້າກອງປະຊຸມສະຫະປະຊາຊາດ ຄັ້ງທີ 23 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 23) ທີ່ພວມດຳເນີນຢູ່ນະຄອນ Bonn, ປະເທດເຢຍລະມັນ, ໃນວັນທີ 07 ພະຈິກ, ຜູ້ຕາງໜ້າຄະນະຜູ້ແທນຊີຣີ ໃຫ້ຮູ້ວ່າ
ຊີຣີປະກາດຈະເຂົ້າຮ່ວມສັນຍາປາຣີ - ảnh 1 (ພາບປະກອບ: Getty Images)

ປະເທດນີ້ພວມສ້າງແຜນການລົງນາມໃນສັນຍາປາຣີ ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ ເພື່ອແນໃສ່ຈຳກັດເລື່ອງອຸນຫະພູມເພີ່ມຂຶ້ນດ້ວຍເລື່ອງຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງ. ຜູ້ຕາງໜ້າຊີຣີ ກໍ່ເນັ້ນໜັກວ່າ ປະຊາຄົມສາກົນ ຄວນສາມັກຄີ, ພ້ອມກັນຮ່ວມມືເພື່ອເປົ້າໝາຍດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ອາເມລິກາ ພ້ອມກັນເຂົ້າຮ່ວມຂໍ້ຕົກລົງ.

        ເຖິງຢ່າງໃດກໍ່ຕາມ, ຕາມໂຄສົກຄະນະເລຂາທິການສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຫົວໜ່ວຍຈັດຕັ້ງ COP 23 ແລ້ວ, ຊີຣີ ຍັງບໍ່ທັນສົ່ງເອກະສານທາງການເທື່ອ ບໍ່ວ່າສະບັບໃດກ່ຽວກັບແຜນການດັ່ງກ່າວ. ໃນຂະນະນັ້ນ, ປະຊາຄົມວິທະຍາສາດໄດ້ຊົມເຊີຍຂໍ້ຕົກລົງດັ່ງກ່າວຂອງຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ