ຊອກຫາມາດຕະການແກ້ໄຂເພື່ອຍົກອັນດັບຂອງ ຫວຽດນາມ ໃນຕາຕະລາງ ດັດຊະນີນະວັດຕະກຳທົ່ວໂລກ

(VOVWORLD) - ຫວຽດນາມ ກໍ່ໄດ້ຮັບການຕີລາຄາວ່າ ແມ່ນ 1 ໃນຈຳນວນ 7 ປະເທດທີ່ມີລາຍຮັບປານກາງທີ່ມີຄວາມຄືບໜ້າທີ່ສຸດກ່ຽວກັບນະວັດຕະກຳໃນທົດສະວັດຜ່ານມາ.
ຊອກຫາມາດຕະການແກ້ໄຂເພື່ອຍົກອັນດັບຂອງ ຫວຽດນາມ ໃນຕາຕະລາງ ດັດຊະນີນະວັດຕະກຳທົ່ວໂລກ  - ảnh 1(ພາບປະກອບ: TTXVN)

          ຕອນບ່າຍວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດກອງປະຊຸມແນະນຳດັດຊະນີນະວັດຕະກຳທົ່ວໂລກ (GII) 2023 ແລະ ຜົນງານຂອງ ຫວຽດນາມ. ກອງປະຊຸມໄດ້ຈັດຂຶ້ນແບບເຊິງໜ້າ ສົມທົບກັບທາງໄກ ເຊື່ອມຕໍ່ກັບບັນດາສະຖານທີ່ຢູ່ອົງການຊັບສິນທາງປັນຍາໂລກ (ເຊີແນວ, ປະເທດ ສະວິດ) ແລະ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ (ນິວຢອກ, ປະເທດ ອາເມລິກາ). ຕາມບົດລາຍງານດັດຊະນີນະວັດຕະກຳໂລກ (Global Innovation Index 2023 - GII) ປີ 2023 ໂດຍອົງການຊັບສິນທາງປັນຍາໂລກປະກາດໃນວັນທີ 27 ກັນຍາ, ຫວຽດນາມ ໄດ້ຈັດອັນດັບ 46/132 ປະເທດ ແລະ ພື້ນຖານເສດຖະກິດ, ເພີ່ມຂຶ້ນ 2 ຂັ້ນເມື່ອທຽບໃສ່ປີ 2022. ຫວຽດນາມ ກໍ່ໄດ້ຮັບການຕີລາຄາວ່າ ແມ່ນ 1 ໃນຈຳນວນ 7 ປະເທດທີ່ມີລາຍຮັບປານກາງທີ່ມີຄວາມຄືບໜ້າທີ່ສຸດກ່ຽວກັບນະວັດຕະກຳໃນທົດສະວັດຜ່ານມາ.

          ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ບຸຍເທເຢືອງ ຫວັງວ່າ, ດ້ວຍການໜູນຊ່ວຍຂອງນັກຊ່ຽວຊານຂອງອົງການຊັບສິນທາງປັນຍາໂລກ, ທາງກະຊວງຈະພ້ອມກັບບັນດາຫົວໜ່ວຍປະຕິບັດການປະເມີນລະດັບນະວັດຕະກຳ.

          ຕາມທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດແລ້ວ, ທາງຄະນະຍາມໃດກໍ່ໜູນຊ່ວຍ, ຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍກັບອົງການຊັບສິນທາງປັນຍາໂລກ ແລະ ບັນດາອົງການທີ່ກ່ຽວຂ້ອງໃນຂົງເຂດນະວັດຕະກຳ, ຖ່າຍທອດເຕັກໂນໂລຊີເຂົ້າໃນການພັດທະນາຜະລິດຕະພັນການບໍລິການ, ປະກອບສ່ວນນຳ ຫວຽດນາມ ໃຫ້ນັບມື້ນັບພັດທະນາກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ