(vovworld) – ຕອນບ່າຍວັນທີ 06/01, ຊ່ອງໂທລະພາບສະພາແຫ່ງຊາດ ໄດ້ອອກອາກາດຢ່າງເປັນທາງການ ກົງກັບໂອກາດສະຫຼີມສະຫຼອງ 69 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດຊຸດທຳອິດ. ຊ່ອງໂທລະພາບສະພາແຫ່ງຊາດຫວຽດນາມ ແມ່ນຊ່ອງໂທລະພາບສະເພາະມີກຳລັງໂຄສະນາເຜີຍແຜ່. ນີ້ບໍ່ພຽງແຕ່ແມ່ນຊ່ອງໂທລະພາບສະແດງແນວຄິດຈິດໃຈຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດເທົ່ານັ້ນ ຫາກຍັງແມ່ນຊ່ອງສະແດງຂໍ້ມູນຂ່າວ, ສ້າງຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນ ເພື່ອປະຕິບັດບັນດາກົດໝາຍ, ນະໂຍບາຍຂອງອົງການໂດຍປະຊາຊົນເລືອກຕັ້ງອີກດ້ວຍ. ທ່ານ ເຈີນງອກເດື່ອງ, ອະດີດຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ.
“ການເຄື່ອນໄຫວຂອງສະພາແຫ່ງຊາດ ແມ່ນການເຄື່ອນໄຫວໃກ້ຊິດຕິດແທດກັບປະຊາຊົນທີ່ສຸດ, ແມ່ນການເຄື່ອນໄຫວຍົກອອກບັນດາຂໍ້ຕົກລົງກ່ຽວຂ້ອງເຖິງສິດ ແລະ ຜົນປະໂຫຍດຂອງປະຊາຊົນ. ປະຊາຊົນໄດ້ຮັບຟັງ, ເຫັນປະຈັກຈາກການໂຕ້ຖຽງ, ແລກປ່ຽນ ເພື່ອຊອກຫາບັນດານະໂຍບາຍ, ມາດຕະການແກ້ໄຂ, ຂໍ້ຕົກລົງດີທີ່ສຸດໃຫ້ປະຊາຊົນ. ອາດເວົ້າໄດ້ວ່າ, ປະຊາຊົນທັງເຊື່ອໝັ້ນຕໍ່ລະບອບ, ມີຄວາມຮັກຕໍ່ສະພາແຫ່ງຊາດ, ປະເທດຊາດ ທັງມີຄວາມສາມາດດ້ານກົດໝາຍຕື່ມອີກ ເພື່ອດຳລົງຊີວິດ ແລະ ເຮັດວຽກໃຫ້ດີກວ່າ.”
ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຫງວຽນດັງຕ໋ຽນຢືນຢັນວ່າໂດຍແມ່ນຫົວໜ່ວຍຈັດຕັ້ງ, ຜັນຂະຫຍາຍຊ່ອງໂທລະພາບສະພາແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມຖືວ່າ ນີ້ແມ່ນຄວາມເປັນກຽດ, ແມ່ນໜ້າທີ່, ຄວາມຮັບຜິດຊອບອັນໃຫຍ່ຫຼວງ, ດັ່ງນັ້ນວິທະຍຸກະຈາຍສຽງຫວຽດນາມ ໄດ້ລະດົມທຸກແຫຼ່ງກຳລັງ, ປັນຍາເຂົ້າວຽກງານກະກຽມ, ດ້ວຍຄວາມປາດຖະໜາວ່າ, ຜ່ານຊ່ອງໂທລະພາບນີ້ຈະສ່ອງແສງໃຫ້ເຫັນ 3 ບົດບາດໜ້າທີ່ຕົ້ນຕໍຂອງສະພາແຫ່ງຊາດ, ນັ້ນແມ່ນອົງການສ້າງລັດຖະທຳມະນູນ, ນິຕິບັນຍັດ ແລະ ຕິດຕາມກວດກາສູງສຸດ. ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ຫງວຽນດັງຕ໋ຽນ, ໃຫ້ຮູ້ວ່າ:
“ຕ້ອງເຮັດແນວໃດເພື່ອໃຫ້ບັນດາລາຍການໃນຊ່ອງໂທລະພາບສະພາແຫ່ງຊາດນີ້ທັງກ້າວເຂົ້າສູ່ຊີວິດການເປັນຢູ່ ທັງສ້າງຄວາມດຶງດູດ. ແຕ່ພັດສ່ອງແສງໃຫ້ເຫັນ 3 ບົດບາດໜ້າທີ່ຂອງສະພາແຫ່ງຊາດ, ເຮັດໃຫ້ໂທລະພາບສະພາແຫ່ງຊາດທັງມີສີສັນສະເພາະ, ທັງໃກ້ຊິດກັບປະຊາຊົນ, ມະຫາຊົນ, ທັງແນະນຳບັນດາສະມາຊິກສະພາແຫ່ງຊາດທີ່ຕາງໜ້າໃຫ້ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ“
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ທ່ານລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນບັກຊອນ ແລະ ທ່ານ ທ້ວນຫື້ວ, ບັນນາທິການໃຫຍ່ໜັງສືພິມ ເຍິນເຢີນ, ສຽງຂອງພັກກອມມູນິດຫວຽດນາມເຂົ້າຮ່ວມພິທີເປີດສະຫຼອງຊ່ອງໂທລະພາບສະພາແຫ່ງຊາດ.
ກ່ອນທີ່ຊ່ອງໂທລະພາບສະພາແຫ່ງຊາດອອກອາກາດຢ່າງເປັນທາງການ, ນັບແຕ່ເດືອນ 10/2014, ຊ່ອງໂທລະພາບໄດ້ຜະລິດ ແລະ ອອກອາກາດ 5 ຊົ່ວໂມງ/ວັນ ໃນຊ່ອງໂທລະພາບ VOV, ລວມທັງບັນດາລາຍການຂ່າວ, ສະຖານະການການເມືອງ ລ້ວນແຕ່ອອກອາກາດສົດ. ຊ່ອງໂທລະພາບ ກໍ່ຜະລິດ ແລະ ອອກອາກາດ 15 ລາຍການສະເພາະຄື: ສະພາແຫ່ງຊາດກັບຜູ້ມີສິດເລືອກຕັ້ງ, ເລື່ອງລາວກ່ຽວກັບນິຕິບັນຍັດ, ສະມາຊິກສະພາແຫ່ງຊາດ, ນະໂຍບາຍ ແລະ ຊີວິດການເປັນຢູ່