ຊາຍຄາລວມຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມໄດ້ເຂົ້າສູ່ການເຄື່ອນໄຫວ
ພາບປະກອບ
|
(vovworld) – ສູນຊ່ວຍເຫຼືອສັງຄົມ, ເບິ່ງແຍງດູແລ ແລະ ຟື້ນຟູສະມັດຕະພາບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ຢູ່ເມືອງ ແທກເທີດ, ຮ່າໂນ້ຍ, ເລີ່ມເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການໃນວັນທີ 10/3. ເມື່ອນຳເຂົ້າເຄື່ອນໄຫວ, ສູນຈະກາຍເປັນບ່ອນລ້ຽງດູ, ຟື້ນຟູສະມັດຕະພາບ, ພ້ອມທັງເພີ່ມກຳລັງໃຈ, ເພີ່ມຈິດໃຈບືນຕົວຂຶ້ນເພື່ອເຊື່ອມຕົວເຂົ້າກັບວົງຄະນະຍາດຂອງ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ຄຽງຄູ່ກັນນັ້ນ, ສູນຍັງແມ່ນເຮືອນແຫ່ງຄວາມອົບອູ່ນຂອງບັນດາຜູ້ປະສົມກັບຄວາມຫຍຸ້ງຍາກເຊິ່ງແມ່ນຜູ້ເຖົ້າຢູ່ປຽວ, ເດັກກຳພ້າ, ບໍ່ມີບ່ອນຢູ່ອາໄສ. ທີ່ພິທີເປີດສະຫຼອງສູນດັ່ງກ່າວ, ພົນໂທ ຫງວຽນວັນຣີງ, ປະທານສະມາຄົມ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ, ຫວັງວ່າ: ບັນດາພະນັກງານ, ພາລະກອນ, ຜູ້ອາສາສະໝັກຂອງສູນຮ່ວມແຮງຮ່ວມໃຈກໍ່ສ້າງສູນນີ້ໃຫ້ພັດທະນາໝັ້ນຄົງ, ເຂັ້ມແຂງ, ຖືສູນແມ່ນເຮືອນ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແມ່ນພີ່ນ້ອງ, ຮັບໃຊ້ເຂົາເຈົ້າດ້ວຍຈິດໃຈ, ຄວາມຮັບຜິດຊອບສູງສຸດ.