ຊາວ​ກະ​ສິ​ກອນ ​ແມ່ນ​ເຈົ້າ​ຂອງ, ໃຈ​ກາງ​ຂອງວິ​ວັດ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ເສດ​ຖະ​ກິ​ດ​ຊົນ​ນະ​ບົດ ແລະ ຊົນ​ນະ​ບົດ​ໃໝ່

(VOVWORLD) - ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ຊີ້ແຈ້ງວ່າ ພັກ, ລັດ ຫວຽດນາມ ກຳນົດກະສິກຳແມ່ນທ່າໄດ້ປຽບແຫ່ງຊາດ, ແມ່ນເສົາຄ້ຳຂອງພື້ນຖານເສດຖະກິດ. 
ຊາວ​ກະ​ສິ​ກອນ ​ແມ່ນ​ເຈົ້າ​ຂອງ, ໃຈ​ກາງ​ຂອງວິ​ວັດ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ເສດ​ຖະ​ກິ​ດ​ຊົນ​ນະ​ບົດ ແລະ ຊົນ​ນະ​ບົດ​ໃໝ່ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 26 ທັນວາ, ຢູ່ຮ່າໂນ້ຍ, ໄຂກອງປະຊຸມຜູ້ແທນທົ່ວປະເທດ ສະມາຄົມຊາວກະສິກອນ ຫວຽດນາມຄັ້ງທີ VIII, ອາຍຸການ 2023 – 2028 ໂດຍມີການນຳຂັ້ນສູງ ຫວຽດນາມຄື:  ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ທ່ານປະທານປະເທດ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມກັບຜູ້ແທນ ເກືອບ 1000 ທ່ານ, ຜູ້ຕາງໜ້າສະມາຊິກສະມາຄົມ, ຊາວກະສິກອນກ່ວາ 10.000 ຄົນໃນທົ່ວປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ຊີ້ແຈ້ງວ່າ ພັກ, ລັດ ຫວຽດນາມ ກຳນົດກະສິກຳແມ່ນທ່າໄດ້ປຽບແຫ່ງຊາດ, ແມ່ນເສົາຄ້ຳຂອງພື້ນຖານເສດຖະກິດ. ຊາວກະສິກອນ, ຊົນນະບົດ ມີທີ່ຕັ້ງຍຸດທະສາດໃນພາລະກິດແຫ່ງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ສ້າງສາ ແລະ ປົກປັກຮັກສາ ປະເທດຊາດ; ແມ່ນກຳລັງສຳຄັນເພື່ອພັດທະນາເສດຖະກິດ ສັງຄົມ. ທ່ານໃຫ້ຮູ້ວ່າ:

ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການເຊື່ອມໂຍງ ແລະ ເປີດກວ້າງການຮ່ວມມືສາກົນ, ຍູ້ແຮງການຖະແຫຼງຂ່າວ, ໂຄສະນາກ່ຽວກັບແຜນນະໂຍບາຍ, ນະໂຍບາຍພັດທະນາປະເທດຊາດ ແລະ ແນວທາງການຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ, ບັນດາຜົນສຳເລັດໃນພາລະກິດແຫ່ງການສ້າງສາ, ປ່ຽນແປງໃໝ່ປະເທດຊາດ, ບັນດາຄຸນຄ່າວັດທະນະທຳຂອງມວນມະນຸດ ແລະ ປະເທດ ຫວຽດນາມ ໄປຍັງບັນດາອົງການຈັດຕັ້ງ, ຄູ່ຮ່ວມມື, ເພື່ອນມິດສາກົນ. ເສີມຂະຫຍາຍບົດບາດຂອງສະມາຄົມຊາວກະສິກອນ ຫວຽດນາມ ແມ່ນສະມາຊິກຂອງບັນດາອົງການຈັດຕັ້ງຊາວກະສິກອນໃນພາກພື້ນ ແລະ ສາກົນ, ໜູນຊ່ວຍການສົ່ງອອກຜະລິດຕະພັນກະເສດ ໃຫ້ຊາວກະສິກອນ, ດຶງດູດບັນດາແຫຼ່ງກຳລັງສາກົນ ເພື່ອໜູນຊ່ວຍການພັດທະນາກະສິກຳ, ຊາວກະສິກອນ, ຊົນນະບົດ.

ຕອບກັບ

ຂ່າວ/ບົດ​ອື່ນ