ຊາວຄຼິດສາມັກຄີ, ປະກອບສ່ວນເຂົ້າພາລະກິດສ້າງສາແລະປົກປັກຮັກສາປະເທດຊາດ

ຊາວຄຼິດສາມັກຄີ, ປະກອບສ່ວນເຂົ້າພາລະກິດສ້າງສາແລະປົກປັກຮັກສາປະເທດຊາດ - ảnh 1
ທ່ານ​ປະທານສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະຜູ້​ແທນ​ຄະນະ​ກຳມະການ​ສາມັກຄີ​ສາສະໜາ​ຄຼິດຫວຽດນາມ

(vovworld) – ​ຕອນ​ເຊົ້າ​ວັນ​ທີ 21/11, ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ສາມັກຄີ​ສາສະໜາ​ຄຼິດຫວຽດນາມ.

        ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຕີ​ລາຄາ​ສູງ​ບົດບາດ​ຂອງຄະນະ​ກຳມະການ​ສາມັກຄີ​ສາສະໜາ​ຄຼິດຫວຽດນາມ ​ໃນ​ການ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ​ບັນດາ​ຜູ້​ມີ​ຍົດ​ຖະບັນດາສັກ ​ແລະ ສາ​ສະ​ນິກກະ​ຊົນ​ຊາວ​ຄຼິດ, ພ້ອມ​ທັງ​ຢັ້ງຢືນ​ວ່າ: ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຍາມ​ໃດ​ກໍ່​ຮ່ວມ​ເດີນທາງ, ​ເບິ່ງ​ແຍງ​ດູ​​ແລ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ປະຊາຊົນຊາວ​ຄຼິດ.

        ກ່ອນ​ໜ້ານັ້ນ, ຕ​ອນບ່າຍ​ວັນ​ທີ 20/11, ຢູ່​ຫ້ອງ​ວ່າກາ​ນສູນ​ກາງ​ພັກ, ທ່ານ​ປະທານສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ. ທີ່​ການ​ພົບ​ປະ, ຄຸນ​ພໍ່ ​ເຈີ່ນ​ຊວງ​ແມ້ງ, ຮອງ​ປະທານ​ຄະນະ​ກຳມະການ​ສາມັກຄີ​ສາສະໜາ​ຄຼິດ ຫວຽດນາມ ອາຍຸ​ການ​ທີ 6 ຢັ້ງຢືນ: ຊາວ​ຄຼິດ ​ໃນ​ທົ່ວ​ປະ​ເທດ ຈະ​ສືບ​ຕໍ່​ສາມັກຄີ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສ້າງ​ອົງການ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ, ຢູ່​ໃນ​ສິນ​ກິນ​ໃນ​ທຳ​, ປະກອບສ່ວນ​ໃຫ້​ແກ່​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແລະ ສ້າງສາ​ປະ​ເທດ​​ໃຫ້ຮັ່ງມີ​ເຂັ້ມ​ແຂງ.

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢັ້ງຢືນ​ວ່າ:

        “ພັກ ​ແລະ ລັດ​ຍາມ​ໃດ​ກໍ່​ເຄົາລົບ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໃສສາສະໜາ​ຂອງ​ພົນລະ​ເມືອງ ​ແລະ ຢັ້ງຢືນ​ຄຸນສົມບັດ​ສາສະໜາ​ມີ​ຫຼາຍ​ສິ່ງ​​ເໝາະສົມ​ກັບ​ຄຸນສົມບັດ​ທີ່​ເປັນ​ມູນ​ເຊື້​ອຂອງ​ຊາດ. ​ໃນ​ຕົວ​ຈິງ​ແລ​້ວ, ພໍ່​ແມ່​ປະຊາຊົນ​ສາສະໜາ​ຕ່າງໆ​ເວົ້າ​ລວມ, ​ໃນ​ນັ້ນ​ມີ​ພໍ່​ແມ່​ປະຊາຊົນ​ຊາວ​ຄຼິດຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ເພື່ອ​ປະຕິບັດ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໃສ ​ແລະ ສົ່ງ​ເສີມ​ບັນດາ​ວຽກ​ງານ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຄອບຄົວ ​ແລະ ປະ​ເທດ​ຊາດ, ປະກອບສ່ວນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ.”



ຂ່າວ/ບົດ​ອື່ນ