ຊາວຄິຼດໃນທົ່ວໂລກຕ້ອນຮັບວັນບຸນ ຄຼິດສມາດ 2012

ຊາວຄິຼດໃນທົ່ວໂລກຕ້ອນຮັບວັນບຸນ ຄຼິດສມາດ 2012 - ảnh 1

(ພາບປະກອບ)

(vovworld) - ຕອນ​ຄ່ຳວັນ​ທີ 24/12, ຊາວ​ຄິຼດ​ໃນ​ທົ່ວ​ໂລກ​​​ໄດ້ຕ້ອນຮັບວັນບຸນ ຄຼິດສມາດ 2012 ດ້ວຍ​ຄວາມ​​ເບີກ​ບານ​ມ່ວນ​ຊື່ນ. ຢູ່ຫວຽດນາມ, ປະຊາຊົນ ​ນະຄອນ​ໂຮ່ຈິ​ມິນ ​ໄດ້ຕ້ອນຮັບວັນບຸນຄຼິດສມາດ 2012 ​ແລະ ປີ​ໃໝ່ 2013 ​ໃນ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ. ບັນດາ​ໂບດ​ແຫ່ງ​ໃຫ່​ຍໃນ​ບໍລິ​ເວນ​ນະຄອນ​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງ​ສວຍ​ງາມ. ຢູ່​ຮ່າ​ໂນ້ຍ, ​ເຖິງ​ວ່າ​​ອາກາດ​ໃນວັນບຸນຄຼິດສມາດປີ​ນີ້​ໜາວຈັດ​ກໍ່ຕາມ​ແຕ່​ຂະ​ບວນຄົນ​​ຍັງພາກັນຫຼັ່ງ​​ໄຫຼ​ເຂົ້າ​ໂບດ​ແຫ່ງ​ຕ່າງໆ, ສູນ​ລະ​ຫຼິ້ນ​ນັບ​ມື້​ນັບ​ຫຼາຍ ອັນ​ໄດ້​ເຮັດ​ໃຫ້​ບັນ​ຍາດ​ການຕ້ອນຮັບວັນບຸນຄຼິດສມາດມີ​ຄວາມ​ຄຶກຄື້ນ​ມ່ວນ​ຊື່ນ​ຂຶ້ນ​ຕື່ມ. ສ່ວນ​ຢູ່​ແຂວງ​ຈ່າ​ວິ​ງ, ​ເພື່ອ​ນຳ​ມາ​ຊື່​ງບັນ​ຍາ​ກາດມ່ວນ​ຊື່ນ ​ແລະ ຄວາມ​ຜາ​ສຸກ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ, ບັນດາ​ໂບດ​ຢູ່​ແຂວງ​ຈ່າ​ວິ​ງ ຍັງ​ໄດ້​ຈັດການ​ບໍລິຈາກ​ເງິນ​ເພື່ອ​ມອບ​ຂອງ​ຂວັນ​ໃຫ້​ນັກຮຽນ​ທຸກ​ຍາກ​ຮຽນ​ເກັ່ງ. ທ່ານ​ຫງວຽນ​ຫງອກ​ເຕ ຊາວ​ຄິຼດຢູ່​ແຂວງ​ຈ່າ​ວິ​ງ ​ໃຫ້​ຮູ້​ວ່າ:

   “ອຳນາດ​ການ​ປົກຄອງ, ລັດ​ໄດ້​ມີ​ຄວາມ​ເອົ​າ​ໃຈ​ໃສ່​ເບິ່ງ​ແຍງ​ໃຫ້​ຜູ້​ຖື​ສາສະໜາ​ຄຼິດທີ່​ສຸດ. ຊາວ​ຄິຼດກໍ່​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນຕ້ອນຮັບວັນບຸນຄຼິດສມາດ 2012. ​ໃນ​ໂອກາດ​ວັນ​ບຸນ​ຕ່າງໆ, ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆ​ກໍ່​ມາ​ອວຍພອນ, ​ຮ່ວມ ມ່ວນ​ຊື່ນ​ກັບ​ຊາວ​ຄຼິດ“.

  ວັນບຸນຄຼິດສມາດແມ່ນ​ວັນບຸນທີ່​ນຳ​ມາ​ເຊິ່ງບັນດາ​ຄວາມ​ຫວັງ​ໃຫ້​ແກ່​ປະຊາຊົນ​ອາຊີ. ຢູ່​ຍີ່ປຸ່ນ, ບັນດາສັນ​ເຕີ​ໂຄດ​​ໄດ້​ຮ້ອງ​ບັນດາ​ບົດ​ເພງ​ຟົດ​ຟື້ນ​ມ່ວນ​ຊື່ນ, ສະ​ແດງ​ສີ​ລະ​ປະ…ສ່ວນ​ຢູ່​ສ​ເກົາຫຼີ, ​ໃນວັນບຸນຄຼິດສມາດ, ​ໄດ້​ຈັດ​ໃຫ້​ຄູ່​ບ່າ​ວສາວ 21.000 ຄູ່ພົບ​ປະກັນ​ຢູ່​ສະຖານ​ທີ່ 14 ​ແຫ່ງ. ຊາວ​ມາ​ເລ​ເຊຍໄດ້ຕ້ອນຮັບວັນບຸນຄຼິດສມາດ ດ້ວຍ​ບັນດາ​ເຍື່ອງ​ອາຫານພິ​ເສດ​ຂອງ​ຕົນ…

 

ຂ່າວ/ບົດ​ອື່ນ