ຊາວຕ່າງປະເທດມີຄວາມກະຕືລືລົ້ນໄດ້ເຂົ້າຮ່ວມບຸນເຕັດ ຫວຽດນາມ ພາຍຫຼັງທີ່ 2 ປີເກີດໂລກລະບາດໂຄວິດ-19

(VOVWORLD) -ນັບແຕ່ຊຸມມື້ທຳອິດຂອງປີໃໝ່, ມີແຂກທ່ອງທ່ຽວຫຼາຍຄົນໄດ້ມາສະຖານທີ່ມີຊື່ສຽງຂອງ ຮ່າໂນ້ຍ, ຄື: ວັນມຽວກວກຕືຢາມ, ໜອງ ເຕົ່າ, ວັດ ງອັກເຊີນ… ເພື່ອຮັບຊົມ ແລະ ຄົ້ນຫາ.
ຊາວຕ່າງປະເທດມີຄວາມກະຕືລືລົ້ນໄດ້ເຂົ້າຮ່ວມບຸນເຕັດ ຫວຽດນາມ ພາຍຫຼັງທີ່ 2 ປີເກີດໂລກລະບາດໂຄວິດ-19 - ảnh 1ມີແຂກທ່ອງທ່ຽວສາກົນຫຼາຍຄົນມາຢ້ຽມຢາມໃນໂອກາດບຸນປີໃໝ່ປະຈຳຊາດ (ບຸນເຕັດ) ປີ ແມວ
(ພາບ: laodong.vn)

        ພາຍຫຼັງໄລຍະ 2 ປີທີ່ຖືກຈຳກັດຍ້ອນໂລກລະບາດໂຄວິດ-19, ປີ 2023, ສະພາບການກັບຄືນສູ່ປົກກະຕິ, ຫວຽດນາມ ໄດ້ກາຍເປັນສະຖານທີ່ເຊິ່ງແຂກທ່ອງທ່ຽວສາກົນຫຼາຍຄົນມາຢ້ຽມຢາມໃນໂອກາດບຸນປີໃໝ່ປະຈຳຊາດ (ບຸນເຕັດ) ປີ ແມວ. ນັບແຕ່ຊຸມມື້ທຳອິດຂອງປີໃໝ່, ມີແຂກທ່ອງທ່ຽວຫຼາຍຄົນໄດ້ມາສະຖານທີ່ມີຊື່ສຽງຂອງ ຮ່າໂນ້ຍ, ຄື: ວັນມຽວກວກຕືຢາມ, ໜອງ ເຕົ່າ, ວັດ ງອັກເຊີນ… ເພື່ອຮັບຊົມ ແລະ ຄົ້ນຫາ.

        ຄອບຄົວເອື້ອຍ Anika, ຊາວ ເຢຍລະມັນ, ໄດ້ເລືອກເອົາ ວັນມຽວກວກຕືຢາມ ແມ່ນສະຖານທີ່ທ່ອງທ່ຽວທຳອິດພາຍຫຼັງມາ ຫວຽດນາມ. ເຂົາເຈົ້າມີຄວາມຕົກສະເງີ້ຍ້ອນບັນຍາກາດທີ່ຟົດຟື້ນ, ຄັບຄາໜາແໜ້ນຂອງນະຄອນຫຼວງ ຮ່າໂນ້ຍ:

        “ທຸກສິ່ງ, ທຸກຢ່າງໄດ້ສ້າງຄວາມປະທັບໃຈທີ່ສຸດ. ຄັບຄາໜາແໜ້ນຟົດຟື້ນ, ມ່ວນຊື່ນ. ທຸກແຫ່ງໄດ້ຮັບການປະດັບປະດາຢ່າງງາມຕາ. ຊາວ ຫວຽດນາມ ແມ່ນຜູ້ຮັກແພງແຂກຄົນ, ໃກ້ຊິດສະໜິດສະໜົມ. ບັນດາເຍື່ອງອາຫານກໍ່ໜ້າລອງຊິມ. ພວກຂ້າພະເຈົ້າໄດ້ຮັບປະທານເຍື່ອງອາຫານ ເຝີ, ເຂົ້າປຸ້ນຊີ້ນປິ້ງ. ສຸດຍອດຫຼາຍ”.

        ຫວຽດນາມ ກໍ່ແມ່ນສະຖານທີ່ທີ່ດີໃນການໄປທ່ອງທ່ຽວເປັນເວລາ 3 ອາທິດຂອງທ່ານນາງ Amira, ຊາວ ອິດສະຣາແອັນ. ທ່ານນາງ Amira ແບ່ງປັນວ່າ, ທຸກສິ່ງທຸກຢ່າງໄດ້ກັບຄືນສູ່ປົກກະຕິ ພາຍຫຼັງທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນໂລກລະບາດ:

        “ປະຈຸບັນ, ຢູ່ຖະໜົນສາຍຕ່າງໆ, ມີຫຼາຍຄົນຍັງໃຊ້ຜ້າອັດປາກ -ອັດດັງຄືດັ່ງເປັນຄວາມລື້ງເຄີຍ. ສິ່ງດັ່ງກ່າວແມ່ນສິ່ງທີ່ດີເພື່ອປ້ອງກັນພະຍາດ. ໃນຕົວຈິງແມ່ນໂລກລະບາດໄດ້ຮັບການຄວບຄຸມແລ້ວ, ແຂກທ່ອງທ່ຽວຄືພວກຂ້າພະເຈົ້າກໍ່ມີຄວາມອຸ່ນອ່ຽນໃຈເມື່ອມາຢ້ຽມຢາມຢູ່ທີ່ນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ