ຊາວຕ່າງປະເທດຮູ້ສຶກປິຕິຊົມຊື່ນເມື່ອໄດ້ຕ້ອນຮັບບຸນເຕັດຫວຽດນາມ

(VOVWORLD) -ເມື່ອບຸນເຕັດ, ລະດູບານໃຫມ່ວຽນມາ ຢູ່ທຸກຖະຫນົນຫົນທາງໃນທົ່ວປະເທດຫວຽດນາມ ໄດ້ຮັບການປະດັບປະດາຢ່າງສວຍງາມ. ບໍ່ພຽງແຕ່ຊາວຫວຽດນາມ ເທົ່ານັ້ນ ຫາກຊາວຕ່າງປະເທດພວມດຳລົງຊີວິດ, ເຮັດວຽກຢູ່ຫວຽດນາມ ກໍ່ລ້ວນແຕ່ຮູ້ສຶກປິຕິຊົມຊື່ນກັບບັນຍາກາດບຸນເຕັດ, ລະດູບານໃຫມ່ວຽນມາຢູ່ຫວຽດນາມ. 
ຊາວຕ່າງປະເທດຮູ້ສຶກປິຕິຊົມຊື່ນເມື່ອໄດ້ຕ້ອນຮັບບຸນເຕັດຫວຽດນາມ - ảnh 1ຊາວຕ່າງປະເທດຮູ້ສຶກປິຕິຊົມຊື່ນເມື່ອໄດ້ຕ້ອນຮັບບຸນເຕັດຢູ່ຫວຽດນາມ 

ຈິດຕະກອນຍິງ ຊາວ ແຟງລັງ ທ່ານນາງ Sofia Kukkonen ມາເຮັດວຽກຢູ່ ຫວຽດນາມ ແຕ່ເດືອນສິງຫາປີ 2017 ໃຫ້ຮູ້ວ່າ: ນີ້ເປັນຄັ້ງທຳອິດເອື້ອຍໄດ້ຕ້ອນຮັບບຸນເຕັດ ຢູ່ຫວຽດນາມ, ຊຸມມື້ໃກ້ບຸນເຕັດ ເອື້ອຍ ພ້ອມກັບໝູ່ເພື່ອນເລາະຫລິ້ນ, ຊົມບັນຍາກາດກະກຽມບຸນເຕັດຢູ່ຕາມຖະຫນົນຫລາຍສາຍຢູ່ຮ່າໂນ້ຍ ແລະ ຮູ້ສຶກວ່າມີຄວາມປະທັບໃຈທີ່ສຸດ. ສ່ວນອ້າຍ Luke Basford  ມາຈາກ ອັງກິດ ປະຈຸບັນ ແມ່ນຄູສອນຢູ່ໂຮງຮຽນສາກົນ ຫວຽດນາມ ອົດສະຕາລີ ຢູ່ ຮ່າໂນ້ຍ ໃຫ້ຮູ້ວ່າ: ບຸນເຕັດປີນີ້ ອ້າຍຈະໄປທ່ອງທ່ຽວຢູ່ເກາະ ຟູກວັກ ແລະ ເຂົ້າຮ່ວມບັນຍາກາດຕ້ອນຮັບບຸນເຕັດຂອງປະຊາຊົນຢູ່ເກາະແຫ່ງນີ້.

ສ່ວນອ້າຍ Bobby Webber ຊາວອົດສະຕາລີ  ຊື່ງແມ່ນຄູສອນຢູ່ ສູນພາສາຕ່າງປະເທດ ແອງເຢືອງ ຮ່າໂນ້ຍ ແບ່ງປັນວ່າ: ຊຸມມື້ບຸນເຕັດ ຂ້າພະເຈົ້າໄດ້ຮັບປະທານບັນດາເຍື່ອງອາຫານຫວຽດນາມ ທີ່ແຊບນົວ, ພິເສດແມ່ນເຂົ້າຕົ້ມ. ເມື່ອລົງຖະຫນົນ ອ້າຍເຫັນວ່າບັນຍາກາດແມ່ນຄຶກຄື້ນມ່ວນຊື່ນທີ່ສຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ