ຊາວຫວຽດນາມຢູ່ຕ່າງປະເທດຕ້ອນຮັບບຸນປີໃໝ່ປະຈຳຊາດ
ຊາວ ຫວຽດນາມ ອາໄສຢູ່ລາວ ຕອນຮັບບຸນປີໃໝ່
(ພາບປະກອບ ຈາກ dantri.com.vn)
(vovworld) - ວັນທີ 30/1, ຢູ່ນະຄອນວຽງຈັນ. ທູດການທະຫານຫວຽດນາມ ປະຈຳລາວ ໄດ້ຈັດພິທີສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ບັນດາເພື່ອນລາວພ້ອມກັບພາລະກອນສະຖານທູດຫວຽດນາມໄດ້ຮັບປະທານອາຫານໃນຄວາມອົບອູ່ນ, ທີ່ເຂັ້ມຄົ້ນໄປດ້ວຍລົດຊາດຂອງບຸນປີໃໝ່ປະຈຳຊາດຫວຽດນາມ; ກໍ່ຄືໄດ້ຊົມບັນຍາກາດຕ້ອນຮັບບຸນປີໃໝ່ຢູ່ຫວຽດນາມຜ່ານໂທລະພາບ ແລະ ລາຍການສະແດງສິລະປະທີ່ເຂັ້ມຄົ້ນໄປດ້ວຍສາຍໃຈຫວຽດນາມ - ລາວ.
ໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ ແລະສະເຫຼີມສະຫຼອງ 84 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ວັນທີ 30/1, ສະຖານທູດຫວຽດນາມທີ່ນະຄອນຫຼວງປາຣີ, ຝລັ່ງ ໄດ້ຈັດພິທີຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ. ພາຍຫຼັງລາຍການສະແດງສິລະປະ, ປະຊາຄົມຊາວຫວຽດນາມ ແລະ ເພື່ອນມິດຝລັ່ງ ໄດ້ພ້ອມກັນຮັບປະທານອາຫານພື້ນເມືອງຫວຽດນາມ ແລະ ອວຍພອນກັນປະສົບແຕ່ສິ່ງທີ່ຈົບງາມ, ອວຍພອນໃຫ້ນຳ້ໃຈມິດຕະພາບຫວຽດນາມ - ຝລັ່ງນັບມື້ນັບໝັ້ນຄົງກວ່າເກົ່າ.