ຊາວຫວຽດນາມຢູ່ຕ່າງປະເທດແມ່ນແຫລ່ງກຳລັງສຳຄັນຂອງປະເທດຊາດ

ຊາວຫວຽດນາມຢູ່ຕ່າງປະເທດແມ່ນແຫລ່ງກຳລັງສຳຄັນຂອງປະເທດຊາດ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ

(vovworld)- ມີ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ກວ່າ 400 ຄົນ ​ໄດ​້​ເຂົ້າ​ຮ່ວມ​ງານ​ພົບ​ປະ​ສັງ​ສັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເນື່ອງ​ໃນ​ໂອກາດ​ຕົ້ນ​ລະດູບານ​ໃຫມ່ 2014 ​ໂດຍ​ຄະນະ​ກຳມະການ​ສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 15/2 ຢູ່ ນະຄອນ ​ໂຮ່ຈິ​ມີນ.  ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້ ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​​ໃຫ້​ຮູ້​ວ່າ: ຫວຽດນາມ ພວມ​ໃນ​ວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ, ຍາ​ມ​ໃດ​ກໍ​ສ້າງ​ກາລະ​ໂອກາດ​ຮ່ວມ​ມື, ​ເປີດ​ກວ້າງ​ຕະຫລາດ​ໃຫ​້​ແກ່​ເພື່ອນ​ມິດສາ​ກົນ ​ແລະ ຍາມ​ໃດ​ກໍ​ມີ​ກົນ​ໄກ​ສະດວກ​ເພື່ອ​ລະດົມ​ນັກຮຽນ​ຮູ້, ນັກທຸລະກິດ​ຊ່ື​ງ​ແມ່ນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ປະກອບສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ​ນັບ​ມື້​ນັບ​ຫລາຍ. ທ່ານ ຫງວຽນ​ທ້ຽນ​ເຍີນ ​ເຫນັ້ນ​ຫນັກ​ວ່າ: ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ພາກສ່ວນ​ຫນຶ່ງ​ຂອງ​ປະ​ເທດ​ຊາດ, ​ແມ່ນ​ແຫ​ລ່ງກຳລັງ​ສຳຄັນ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ