ພິທີຖະຫວາຍດອກໄມ້ສະເຫຼີມສະຫຼອງ ວັນຄ້າຍວັນເກີດ
ປະທານໂຮ່ຈີມິນຄົບຮອບ 126 ປີ (19/05/1890 – 19/05/2016)
(ພາບ: vietnam+)
(vovworld) - ວັນທີ 14/05 ສະຖານທູດ ຫວຽດນາມ ປະຈຳ ອັງກິດ ຈັດຕັ້ງພິທີຖະຫວາຍດອກໄມ້ສະເຫຼີມສະຫຼອງ ວັນຄ້າຍວັນເກີດປະທານໂຮ່ຈີມິນຄົບຮອບ 126 ປີ (19/05/1890 – 19/05/2016). ພະນັກງານ, ພາລະກອນສະຖານທູດ ຫວຽດນາມ, ບັນດາອົງການຕາງໜ້າ ຫວຽດນາມ ພ້ອມກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ນັກຮຽນນັກສຶກສາ ຫວຽດນາມ ທີ່ມາຈາກທຸກທ້ອງຖິ່ນ ໃນທົ່ວປະເທດອັງກິດເຂົ້າຮ່ວມພິທີສະເຫຼີມສະຫຼອງ ເປັນຈຳນວນຫລວງຫລາຍ. ກ່າວຄຳເຫັນນະທີ່ນີ້ ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນສຳລັບປະທານໂຮ່ຈີມິນຜູ້ຍິ່ງໃຫຍ່. ໃນວິວັດການອອກເດີນທາງໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດກ່ວາສະຕະວັດກ່ອນນັ້ນ, ປະທານໂຮ່ຈີມິນ ເຄີຍພຳນັກຢູ່ ອັງກິດ, ເຮັດວຽກຢູ່ຫລາຍບ່ອນ ແລະ ຜ່ານຜ່າຄວາມຫຍຸ້ງຍາກລຳບາກ ເພື່ອຈາກນັ້ນຊອກຫາເສັ້ນທາງປົດປ່ອຍປະເທດ ຫວຽດນາມ ໃຫ້ຫລຸດພົ້ນອອກຈາກແອກຄອບຄອງ. ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ສະແດງຄວາມປາດຖະໜາຢາກໃຫ້ປະຊາຄົມຊາວ ຫວຽດນາມ ທີ່ອາໄສຢູ່ ອັງກິດ ສືບຕໍ່ສູ້ຊົນຮຳ່ຮຽນ, ເຮັດວຽກໃຫ້ດີ, ຍາມໃດກໍ່ອວ່າຍໜ້າເມືອຫາປະເທດ.