(VOV World) ພ້ອມກັບບັນຍາກາດຕ້ອຮັບບູນປີໃໝ່ປະຈຳຊາດ, ປະຊາຄົມຊາວຫວຽດນາມອາໄສຢູ່ ລາວກໍ່ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອຕ້ອນຮັບປີໃໝ່ປີມະໂຣງ 2012. ກອງຟ້ອນສິງໂຕຂອງຊາວຫວຽດນາມອາໄສຢູ່ລາວ ຍິ່ງເຮັດໃຫ້ບັນຍາກາດບູນເຕັດຫວຽດນາມຢູ່ ລາວ ມີຄວາມເບີກບານມ່ວນຊື່ນກ່ວາອີກ. ເອື້ອຍ ຫງວຽນທິກີ໋, ຊາວຫວຽດນາມ ຢູ່ບ້ານ ສີສະຫວາດ, ເມືອງຈັນທະບູລີ ສະແດງວ່າ:
“ເຖິງວ່າຢູ່ຫ່າງໄກຈາກປະເທດຊາດ, ແຕ່ພວກຂ້າພະເຈົ້າຍັງຄົງຮັກສາຮີດຄອງປະເພນີຂອງຊາດຫວຽດນາມໄວ້. ໃນຊຸມປີຜ່ານມາ, ຄອບຄົວພວກຂ້າພະເຈົ້າໄດ້ທຳມາຫາກິນຢ່າງຫຍຸ້ງຍາກ, ກ່າວເຂົ້າສູ່ປີໃໝ່, ພວກຂ້າພະເຈົ້າພະຍາຍາມສ້າງເຮືອນຫຼັງໃໝ່ເພື່ອຕ້ອນຮັບບູນປີໃໝ່ດ້ວຍຄວາມໂຊກດີ.”
ພາຍຫຼັງຈຸດເວລາສົ່ງທ້ານຍປີເກົ່າຕ້ອນຮັບປີໃໝ່, ປະຊາຊົນວຽງຈັນນັບ ໝື່ນຄົນໄດ້ໄປຍັງວັດວາອາຣາມ ເຟີດຕີກ, ເຊິ່ງແມ່ນວັດຂອງຊາວຫວຽດນາມອາໄສຢູ່ລາວ ເພື່ອພາວະນາຂໍໃຫ້: ປີນີ້, ຈະປະສົບແຕ່ມີຄວາມໂຊກດີຫຼາຍຢ່າງ.
ປະຊາຄົມຊາວຫວຽດນາມປະຈຳໄທ, ເຖິງວ່າພວມຢູ່ຫ່າງໄກຈາດປະເທດຊາດກໍ່ຕາມ ແຕ່ພັດບໍ່ລື່ມຮີດຄອງປະເພນີອັນດີງາມຂອງຊາດໃນບູນປີໃໝປະຈຳຊາດໄດ້, ນັ້ນແມ່ນຈັດພາເຂົ້າບູຊາບັນພະບຸລຸດ, ປະທານໂຮ່ຈີມິນ ໃນຄຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່. ລຸງ ຟານວັນແມ່, ອາຍຸ 76 ປີ, ດຳລົງຊີວິຢູ່ແຂວງ ນອນທາບູຣີ ເວົ້າວ່າ:
“ລະດູບານໃໝ່ວຽນມາແມ່ນຄິດຮອດຄິດເຖິງລຸງໂຣ່. ຄິດຮອດຄຳອວຍພອນ ແລະ ຄຳສັ່ງສອນຂອງລຸງ. ບູນປີໃໝ່ປະຈຳຊາດຂອງຊາດເຮົາໄດ້ມີນັບພັນປີ, ພວກເຮົາສືບທອດປະເພນີອັນດີງາມນີ້ ແລະ ຖາຍທອດໃຫ້ແກ່ລູກຫຼານເຮົາເພື່ອຮັກສາປະເພນີຂອງຊາດໄວ້”
ຕອນຄ່ຳວັນທີ 22/1, ສະຖານທູດຫວຽດນາມປະຈຳ ອີຢິບໄດ້ຈັດຕັ້ງພິທີຕ້ອນຮັບປີໃໝ່ - ປີມະໂຣງ, ດ້ວຍການເຂົ້າຮ່ວຂອງພະນັກງານ, ພາລະກອນສະຖານທູດ, ບັນດາອົງການຕາງໜ້າຂອງຫວຽດນາມປະຈຳອີຢິບ, ນັກຮຽນ, ນັກສຶກສາ, ພໍ່ແມ່ຊາວຫວຽດນາມອາໄສຢູ່ອີຢິບ ແລະ ເພື່ອນມິດອີຢິບ. ທີ່ພິທີ, ທ່ານເອກອັກຄະລັດຖະທູດ ຟ້າມສີຕາມ ໃຫ້ຮູ້ວ່າ: ເຖິງວ່າຊີວິດການເປັນຢູ່ຂອງວົງຄະນະຍາດຊາວຫວຽດນາມອາໄສຢູ່ອີຢິບຍັງປະສົບກັບຄວາມຫຍູ້ງຍາກຫຼາຍກໍ່ຕາມ ແຕ່ດ້ວຍນ້ຳໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ວົງຄະນະຍາດຊາວຫວຽດນາມຍາມໃດກໍ່ອ່ວາຍເມືອຫາບ້ານເກີດເມືອງນອນ, ປະເທດຊາດ. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດສະແດງຄວາມເຊື່ອໝັ້ນວ່າ: ດ້ວຍມູນເຊື້ອຮັກຊາດ, ພໍ່ແມ່ຊາວຫວຽດນາມອາໄສຢູ່ອີຢິບ ຈະມີການເຄື່ອນໄຫວຕ່າງໆທີ່ແທດຈິງກ່ວາ, ຮ່ວມແຮງຮ່ວມໃຈສ້າງສາ ແລະ ປົກປັກຮັກສາປະເທດຊາດ.