ຊາວຫວຽດນາມອາໄສ ຢູ່ປະເທດຕ່າງໆ ຕ້ອນຮັບບຸນປີໃໝ່ ປະຈຳຊາດ
(ພາບ:vov )
(vovworld)- ຕອນຄ່ຳວັນທີ 27/1, ສະຖານທູດຫວຽດນາມ ສົມທົບກັບສະມາຄົມຊາວຫວຽດນາມ ແລະ ສະມາຄົມນັກທຸລະກິດຫວຽດນາມ ປະຈຳ ຢູແກຼນ ໄດ້ຈັດພິທີອວຍພອນລະດູບານໃໝ່, ປີມະເມຍ 2014 ໂດຍມີການເຂົ້າຮ່ວມຂອງ ປຊຊ ຫວຽດນາມ ອາໄສຢູ່ ຢູແກຼນ ແລະ ເພື່ອນມິດຢູແກຼນ ນັບຮ້ອຍຄົນ. ກ່າວຄຳເຫັນນະທີ່ນີ້, ທ່ານຫງວຽນມິງຈິ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຢູແກຼນ ຢືນຢັນວ່າ:
“ພັກ ແລະ ລັດຫວຽດນາມ ຍາມໃດກໍ່ຖືວ່າ: ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນບໍ່ສາມາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີແຫ່ງຊາດໄດ້. ບົນພື້ນຖານນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ຊາບຊືມມະຕິເລກທີ 36 ຂອງກົມການເມືອງ, ສະຖານທູດຫວຽດນາມ ປະຈຳ ຢູແກຼນ ຈະສ້າງທຸກເງື່ອນໄຂອຳນວນຄວາມສະດວກເພື່ອໜູນຊ່ວຍ ປຊຊ ສ້າງຊີວິດການເປັນຢູ່ເປັນປົກກະຕິ, ບັນລຸຜົນງານທີ່ດີທີ່ສຸດໃນການປະຕິບັດງານ, ຮ່ຳຮຽນ ແລະ ອອກແຮງງານ.
ກ່ອນໜ້ານັ້ນ, ໃນຕອນຄ່ຳວັນທີ 26/1, ສະຖານທູດຫວຽດນາມ ແລະ ສະມາຄົມຊາວຫວຽດນາມອາໄສຢູ່ ຣູມມານີ ໄດ້ຈັດການຕ້ອນຮັບລະດູບານໃໝ່, ປີມະເມຍ 2014. ກ່າວຄຳເຫັນອວຍພອນ ປຊຊ , ທ່ານເອກອັກຄະລັດຖະທູດ ເຈິ່ນຊວນຖູຍ ໄດ້ຍ້ອງຍໍຊົມເຊີຍບັນດາການເຄື່ອນໄຫວທີ່ມີຄວາມໝາຍຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ຣູມມານີ ທີ່ມີຕໍ່ບ້ານເກີດເມືອງນອນ ແລະ ປະເທດຊາດ. ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດເຈິ່ນຊວນຖູຍ ໄດ້ມອບໃບຍ້ອງຍໍຂອງທ່ານລັດຖະມົນຕີການຕ່າງປະເທດ ແລະ ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ແກ່ 10 ຄົນໃນປະຊາຄົມຊາວຫວຽດນາມອາໄສຢູ່ ຣູມມານີ ຊື່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ, ພັດທະນາປະຊາຄົມ ແລະ ຕອບສະໜອງບັນດາການເຄື່ອນໄຫວອ່ວຍເມືອຫາປະເທດຊາດໃນໄລຍະຜ່ານມາ./.