ຊາວຫວຽດນາມອາໄສຢູ່Auckland,ນິວຊີແລນຈັດຕັ້ງງານພົບປະເນື່ອງໃນໂອກາດປີໃໝ່ປີວອກ

ຊາວຫວຽດນາມອາໄສຢູ່Auckland,ນິວຊີແລນຈັດຕັ້ງງານພົບປະເນື່ອງໃນໂອກາດປີໃໝ່ປີວອກ - ảnh 1
ຊາວຫວຽດນາມອາໄສຢູ່Auckland,ນິວຊີແລນ
ຈັດຕັ້ງງານພົບປະເນື່ອງໃນໂອກາດປີໃໝ່
(ພາບ​ປະ​ກອບ)


(vovworld) –​ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈ​ຳ​ຊາດ ປີ​ວອກ 2016, ຕອນ​ຄ່ຳ​ວັນ​ທີ 17/01, ຢູ່​ນະ​ຄອນ Auckland, ປະ​ເທດ​ນິວ​ຊີ​ແລນ, ສະ​ຖານ​ທູ​ດ​ຫວຽດ​ນາມ ປະ​ຈຳ​​ນິວ​ຊີ​ແລນ ໄດ້​ຈັດ​ງານ​ພົບປະ​ສ້າງ​ສັນ​ເພື່ອ​ຕ້ອນ​ຮັບ​ບຸ​ນ​ປີ​ໃໝ່​ປະ​ຈຳ​ຊາດ​ຂອງ​ຫວຽດ​ນາມ. ທ່າ​ນ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນ​າມ ປະ​ຈຳ​ນິວ​ຊີ​ແລນ ຫງວຽນ​ຫວຽດ​ຢຸງ ປາດ​ຖະ​ໜາ​ວ່າ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ນິວ​ຊີ​ແລນ ເວົ້າ​ລວ​ມ ແລະ ຢູ່ Auckland ເຂົ້າ​ສະ​ເພາະ ສືບ​ຕໍ່​ສາ​ມັກ​ຄີ ແລະ ໜູນ​ຊ່ວຍ​ເຊິ່ງ​ກັນແລະ​ກັນ, ຮັກ​ສາ​ວັດ​ທະ​ນະ​ທຳ, ພາ​ສາ ແລະ ສີ​ສັນ​ ຊາດ, ອວຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ, ຮ່ວມ​ແຮງ​ຮ່ວມ​ໃຈສ້າງ​ສາ​ປະ​ເທດ​​ຫວຽດ​ນາມ ໃຫ້​ຮັ່ງ​ມີ, ເຂັ້ມ​ແຂງ, ພ້​ອມ​ທັງ​ເປັນ​ຂົວ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ​ການຮ່ວມ​ມື​ຮອບ​ດ້ານລະ​ຫວ່າງ​ຫວຽດ​ນ​າມ ແລະ ​ນິວ​ຊີ​ແລນ ໃຫ້​ນັບ​ມື້​ນັບ​ດີ​ງາ​ມ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຫວຽດ​ຢຸງ ໃຫ້​ຮູ້​ວ່າ, ປີ 2015, 2 ປະ​ເທດ​ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕ​ັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ດ້​ວຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ​ຫຼາຍ​ຢ່າງ​ຢູ່​ແຕ່​ລະ​ປະ​ເທດ, ພົ້​ນ​ເດັ່ນ​​ທີ່​ສຸດແມ່ນ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ ດ້ວຍ​ການ​ຢ້​ຽມ​ຢາມ​ນິວ​ຊີ​ແລນ ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫງວຽນ​ເຕີນ​ຢຸງ ​ແລະ ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ John Key ຢ່າງ​ເປັນ​ທາງ​ການ. ຜ່ານນັ້ນ, 2 ຝ່າຍ​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງກວ່າອ​ີກ​ໃນ​ທຸກ​ຂົງ​ເຂດ​ບຸ​ລິ​ມະ​ສິດ ເຊິ່ງ 2 ຝ່າຍ​ມີ​ຄວາມ​ຕ້ອງ​ການ, ​ມີຄວາມ​ສາ​ມາດ​ບົ່​ມ​ຊ້ອນ ແລະ ມີທ່າ​ແຮງ.

ຂ່າວ/ບົດ​ອື່ນ