ຊາວຫວຽດນາມອາໄສຢູ່ການາດາຈັດຕັ້ງລາຍການຕ້ອນຮັບບຸນປີໃໝ່ຢູ່ການາດາ

ຊາວຫວຽດນາມອາໄສຢູ່ການາດາຈັດຕັ້ງລາຍການຕ້ອນຮັບບຸນປີໃໝ່ຢູ່ການາດາ - ảnh 1
ຊາວຫວຽດນາມອາໄສຢູ່ການາດາຈັດຕັ້ງລາຍການຕ້ອນຮັບບຸນປີໃໝ່ຢູ່ການາດາ
(ພາບ​ປະ​ກອບ​ອີ​ນ​ເຕ​ີ​ແນັດ)


(vovworld) - ຕອນ​ຄ່ຳ​ວັນ​ທີ 08/01, ​ສະ​ໂມ​ຊອນ​ຂອງ​ສູນ​ສິ​ລະ​ປະ​ນະ​ຄອນ Toronto, ກາ​ນາ​ດາ ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍ​ດອກ​ໄມ້, ໄຟ​ແສງ​ສີ ເພື່ອ​ຕ້ອນ​ຮັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ກ​າ​ນາ​ດາ ນັບ​ຮ້ອຍ​ຄົນ​ເຂົ້າ​ຮ່ວມ​ລາຍ​ການ​ບຸນ​ປີ​ໃໝ່​ປະ​ຊາ​ຄົມ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​​ທີ່ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ນະ​ຄອນ Toronto ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສະ​ແດງ​ສິ​ລະ​ປະທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ບ​ຸນ​ປີ​ໃໝ່​ປະ​ຈ​ຳ​ຊາດ​ຂອງ​ຫວຽດ​ນາມ, ດ້ວຍ​ການ​ເຂົ້າ​ຮ່ວ​ມ​ຂອງ​ຄະ​ນະ​ສິ​ລະ​ປະກອນ​ໂຮງ​ລະ​ຄອນ ຕວຍ​ແຈ ທີ່​ມາ​ຈາກ​ຫວຽດ​ນາມ. ລາຍ​ການ​ໂດຍ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ກາ​ນາ​ດາ ແລະ ສະ​ມາ​ຄົມ​ກາ​ນາ​ດາ ຫວຽດ​ນາມ ສົມ​ທົບ​ກັນ​ຈັດ​ຕ​ັ້ງ.

        ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ປະ​ຈຳ Toronto ໄດ້​ຮັບ​ຊົມ​ລາຍ​ການ​ສະ​ແດງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ສິ​ລະ​ປະກອນໂຮງ​ລະ​ຄອນ ຕວຍ​ແຈ ດ້ວຍ​ການ​​ເຊີດສິງ​ໂຕ ຢ່າງ​ຟົດ​ຟື້ນ.

ຂ່າວ/ບົດ​ອື່ນ