ຊາວຫວຽດນາມອາໄສຢູ່ຕ່າງປະເທດ ມີຄວາມສົນໃຈຕໍ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ຊາວຫວຽດນາມອາໄສຢູ່ຕ່າງປະເທດ ມີຄວາມສົນໃຈຕໍ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1

ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ

ປະກອບ​ຄຳ​ເຫັນ​ໃສ່ຮ່າງລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ

(ພາບປະກອບ: laodong.com.vn)

(vovworld)-​ ​​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ພວມ​ຜັນ​ຂະຫຍາຍ​ການ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ກ່ຽວ​ກັບຮ່າງລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງຢ່າງ​ຕັ້ງໜ້າ. ຕາມ​ທ່ານ​ຟ້າ​ມກວາງ​ວິ​ງ, ຮອງ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລ້ວ, ທາງກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ສົມທົບ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ ສ້າງ​ຄາດໝາຍ​ແນະນຳ​ໂຄສະນາ ​ແລະ ຊີ້​ນຳ​ວຽກ​ງານຮັບ​ເອົາ​ຄຳ​ເຫັນໃສ່ຮ່າງລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ມາ​ຮອດ​ປະຈຸ​ບັນ, ທາງ​ກະຊວງ​ການ​ຕ່າງປະ​ເທດ​ໄດ້​ຮັບ​ຫຼາຍ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດກ່ຽວ​ກັບຮ່າງລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ:

   “ມີຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດຫຼາຍ​ຄົນ, ພິ​ເສດ​ແມ່ນ​ຜູ້​ທີ່​ມີ​ໂອກາດ​ກັບ​ເມືອ​ປະ​ເທດ ຫລື​ມີ​ການ​ພົວພັນ​ຄອບຄົວ, ດຳ​ເນີນ​ທຸລະ​ກິດ​​ໄດ້ມີ​ຄວາມ​ສົນ​ໃຈ​ເຖິງ​ບັນດາ​ຫາ​ນີ້​ທີ່​ສຸດ. ປະຊາຊົນ​ມີ​ຄວາມ​ສົນ​ໃຈ​ຕໍ່​ມະຕິ​ເລກທີ 36 ຂອງ​ກົມ​ການ​ເມືອງ​ກ່ຽວກັບ​ເລື່ອງຖື​ວ່າ​ເຂົາ​ເຈົ້າ​ແມ່ນ​ພາກ​ສວ່ນໜຶ່ງ​ຂອງ​ຊາດ ​ແລະ ​​ເຂົາ​ເຈົ້າໄດ້ປະກອບ​ຄຳ​ເຫັນ​​ເພື່ອຮັບປະກັນ​ສິດຜົນປະ​ໂຫຍ​ດຂອງ​ພົນລະ​ເມືອງ​ຫວຽດນາມ ຢູ່​ພາຍ​ໃນ​ກໍ່​ຄືຢູ່​ຕ່າງ​ປະ​ເທດ“

 

 

 

 

ຂ່າວ/ບົດ​ອື່ນ