ຊາວຫວຽດນາມອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈພັດທະນາວິທະຍາສາດເຕັກໂນໂລຢີຂອງນະຄອນໂຮ່ຈີມິນ
ບັນດາຜູ້ແທນເຂົ້າຮ່ວມ 2 ກອງປະຊຸມຫົວເລື່ອງສະເພາະ
(vovworld) – ໃນຂອບເຂດກອງປະຊຸມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ພວມດຳເນີນຢູ່ນະຄອນ ໂຮ່ຈີມິນ, ຕອນເຊົ້າວັນທີ 13/11 ບັນດາຜູ້ແທນເຂົ້າຮ່ວມ 2 ກອງປະຊຸມຫົວເລື່ອງສະເພາະແມ່ນ: “ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກັບການພັດທະນາວິທະຍາສາດ - ເຕັກໂນໂລຢີ, ເສດຖະກິດພູມປັນຍາຂອງນະຄອນໂຮ່ຈີມິນ” ແລະ “ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມການລົງທຶນພັດທະນາການຄ້າ, ການບໍລິການຂອງນະຄອນ ໂຮ່ຈີມິນ” …ໃນອາຍຸການ 2015 – 2020, ນະຄອນ ໂຮ່ຈີມິນ ສູ້ຊົນກາຍເປັນໜຶ່ງໃນບັນດາສູນກາງໃຫຍ່ກ່ຽວກັບ ເສດຖະກິດ, ການເງິນ, ການຄ້າ, ວິທະຍາສາດ - ເຕັກໂນໂລຢີຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້. ເພື່ອປະຕິບັດຈຸດໝາຍດັ່ງກ່າວ, ແຜນການດຳເນີນງານກ່ຽວກັບວິທະຍາສາດ - ເຕັກໂນໂລຢີ ແລະ ປ່ຽນໃໝ່ຫົວຄິດປະດິດສ້າງຂອງນະຄອນ ຈະສຸມໃສ່ເຂົ້າໃນບັນດາເນື້ອໃນຕົ້ນຕໍແມ່ນ: ຄົ້ນຄວ້າພັດທະນາຕິດພັນກັບກຳນົດທິດພັດທະນາເສດຖະກິດ - ສັງຄົມຂອງນະຄອນ, ຊຸກຍູ້ການສ້າງ ແລະ ພັດທະນາລະບົບຊີວະພາບ ປ່ຽນໃໝ່ຫົວຄິດປະດິດສ້າງ ແລະ ດຳເນີນອາຊີບ, ພັດທະນາບັນດາກຳລັງບົ່ມຊ້ອນດ້ານວິທະຍາສາດ - ເຕັກໂນໂລຢີ ແລະ ພັດທະນາຕະຫລາດເຕັກໂນໂລຢີ…ກ່ຽວກັບຈຸດໝາຍນີ້ ສາດສະດາຈານ ຫງວຽນດັງບັງ ອາຈານສອນຢູ່ມະຫາວິທະຍາໄລ Cambridge ລາຊະອານາຈັກ ອັງກິດ ໃຫ້ຄຳເຫັນວ່າ:
“ຕາມຂ້າພະເຈົ້າແລ້ວສິ່ງທີ່ສຳຄັນທີ່ສຸດແມ່ນ ຍົກສູງລະດັບການຄົ້ນຄວ້າຂອງບັນດາສູນເຕັກໂນໂລຢີສູງຂຶ້ນສູ່ລະດັບສູງໃໝ່. ຢາກຄືແນວນັ້ນ ພວກເຮົາຕ້ອງສ້າງສູນຄົ້ນຄວ້າຢ່າງແຮງ ເຊິ່ງຂ້າພະເຈົ້າສະເໜີວ່າ ພວກເຮົາຕ້ອງຄິດເຖິງເລື່ອງສ້າງມະຫາວິທະຍາໄລຄົ້ນຄວ້າ, ບໍ່ຕ້ອງໃຫຍ່ ແຕ່ຄຸນນະພາບການຄົ້ນຄວ້າຕ້ອງສູງ, ດັ່ງນັ້ນ ຕ້ອງສ້າງແຜນຮ່າງ ເພື່ອໃຫ້ 20 – 25 ປີຈະມາເຖິງຕ້ອງເປັນໜຶ່ງໃນຈຳນວນ 50 ປະເທດແຖວໜ້າຂອງໂລກກ່ຽວກັບຂົງເຂດນີ້. ສິ່ງດັ່ງກ່າວບໍ່ງ່າຍດາຍ ແຕ່ພວກເຮົາສາມາດເຮັດໄດ້ຢ່າງແນ່ນອນ.”