ຊາວຫວຽດນາມອາໄສຢູ່ລາວຂ່ຳນັບຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງ2ປະເທດ
ມິ້ບິ່ງ, ນັກຂ່າວ VOV ປະຈຳລາວ -  
(ຊາວຫວຽດນາມອາໄສຢູ່ລາວຂ່ຳນັບຊົມເຊີຍຜົນສຳເລັດ
ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງ2ປະເທດ)
(vovworld) – ຕອນຄ່ຳວັນທີ 19/02, ຢູ່ນະຄອນຫຼວງວຽງຈັນ, ສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ໄດ້ຈັດງານໂຮມຊຸມນຸມມິດຕິງຢ່າງສົມກຽດ ແລະ ເປີດງ້ານລ້ຽງເພື່ອຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ສຳເລັດຢ່າງຈົບງາມ. ຕາງໜ້າໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ, ທ່ານປະທານສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ຫງວຽນຢຸຍຈຸງ ໄດ້ກ່າວຄຳເຫັນ ສະແດງຄວາມເບີກບ່ານມ່ວນຊື່ນຕໍ່ຜົນສຳເລັດຂອງກອງປະຊຸມຄັ້ງທີ 10 ພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ. ທ່ານ ຫງວຽນຢຸຍຈຸງ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງຄະນະບໍລິຫານງານສູນກາງໃໝ່ຂອງ 2 ພັກ, ປະຊາຊົນ 2 ປະເທດລາວ ແລະ ຫວຽດນາມ ຈະສືບຕໍ່ສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ໝັ້ນຄົງເຂັ້ມແຂງ; ມີຊີວິດອີ່ມໜຳສຳລານ ແລະ ມີຄວາມຜາສຸກ.
ມິ້ບິ່ງ, ນັກຂ່າວ VOV ປະຈຳລາວ