ຊາວຫວຽດນາມອາໄສຢູ່ລາວສົນໃຈຫຼາຍເຖິງການເລືອກຕັ້ງສສຊຢູ່ຫວຽດນາມ
ພະອາຈານ ທິກມິງກວາງ, ເຈົ້າອະທິການວັດ ເຟີດຕິກຢູ່ນະຄອນຫຼວງ ວຽງຈັນ
(ພາບ: My Binh)
(vovworld) – ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ລາວ ກໍ່ຄືພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສໃນທົ່ວໂລກລ້ວນແຕ່ສົນໃຈຫຼາຍເຖິງການເລືອກຕັ້ງ ສສຊ ຊຸດທີ 14 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021. ເຂົາເຈົ້າຝາກຝັງຄວາມໄວ້ເນື້ອເຊື່ອໃຈ, ຫວັງວ່າບັນດາຜູ້ແທນປະຊາຊົນໄດ້ຮັບການເລືອກຕັ້ງນັ້ນຈະມີການປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດຊາດຫຼາຍກ່ວາອີກ. ພະອາຈານ ທິກມິງກວາງ, ເຈົ້າອະທິການວັດ ເຟີດຕິກຢູ່ນະຄອນຫຼວງ ວຽງຈັນ, ເວົ້າວ່າ:
“ພໍ່ແມ່ປະຊາຊົນ ຊາວ ຫວຽດນາມ ຢູ່ ລາວ ປາດຖະໜາວ່າ: ຜູ້ມີສິດເລືອກຕັ້ງພາຍໃນປະເທດຈະເລືອກເຟັ້ນໄດ້ບັນດາຜູ້ມີຄວາມເກັ່ງກ້າສາມາດທີ່ຕາງໜ້າໃຫ້ແກ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ນຳພາລັດ, ລັດຖະບານ, ນຳປະເທດ ຫວຽດນາມ ພວກເຮົາໃຫ້ນັບມື້ນັບຮັ່ງມີ, ສວຍງາມກ່ວາ, ສະແດງສຽງເວົ້າປະຊາທິປະໄຕຂອງຊາວ ຫວຽດນາມ. ພວກຂ້າພະເຈົ້າກໍ່ແມ່ນຊາວ ຫວຽດນາມ ພວມດຳລົງຊີວິດຢູ່ລາວ, ກໍ່ປາດຖະໜາວ່າບັນດາຜູ້ແທນໄດ້ຮັບການເລືອກເຟັ້ນໃນຄັ້ງນີ້ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສົ່ງຄວາມມຸ່ງມາດປາດຖະໜາຂອງ ປະຊາຊົນຕໍ່ການນຳ, ເຮັດແນວໃດກໍ່ສ້າງປະເທດ ຫວຽດນາມ ປະຊາທິປະໄຕ, ສ້າງເສດຖະກິດຂອງປະເທດຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ.”