(vovworld)- ຕອນເຊົ້າວັນທີ 23/1 ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈັດຕັ້ງງານພົບປະສັງສັນຄະນະຜູ້ແທນຊາວຫວຽດນາມອາໄສຢູ່ຕ່າງປະເທດ ກັບເມືອຕ້ອນຮັບບຸນເຕັດຢູ່ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ທົບທວນຄືນບັນດາຜົນງານດ້ານເສດຖະກິດສັງຄົມປີ 2013 ແລະ ຮັບຮູ້ບັນດາການປະກອບສ່ວນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນບັນດາຜົນງານລວມນັ້ນ. ທ່ານ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ: ປີນີ້ ລັດຖະບານຫວຽດນາມ ຈະດຳເນີນກອງປະຊຸມສະຫລຸບ 10 ປີ ແຫ່ງການປະຕິບັດມະຕິ 36 ຂອງກົມການເມືອງ ກ່ຽວກັບວຽກງານສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ນີ້ແມ່ນໂອກາດສຳຄັນເພື່ອກວດກາຄືນນະໂຍບາຍ, ແຜນນະໂຍບາຍຂອງ 10 ປີຜ່ານມາ ເພື່ອຕອບສະຫນອງຄວາມຕ້ອງການ ແລະ ຄວາມມຸ່ງມາດປາດຖະຫນາຂອງຊາວຫວຽດນາມ ພວມອາໄສຢູ່ຫລາຍປະເທດໃນໂລກ.
ງານພົບປະສັງສັນກັບຄະນະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
|
ກ່ອນຫນ້ານັ້ນ, ຕອນເຊົ້າວັນດຽວກັນ, ວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງງານພົບປະສັງສັນກັບຄະນະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເນື່ອງໃນໂອກາດປີໃຫມ່ປີມະເມຍ 2014. ການພົບປະສັງສັນມີຫົວຂໍ້ວ່າ: “ລະດູບານໃຫມ່ແຫ່ງການເຕົ້າໂຮມ”. ກ່າວຄຳເຫັນທີ່ງານພົບປະສັງສັນ, ທ່ານ ຫງວຽນຟູບີ່ງ, ປະທານສະມາຄົມພົວພັນຕິດຕໍ່ກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ຊີ້ແຈ້ງວ່າ:
“ອົງການສື່ມວນຊົນຄືວິທະຍຸກະຈາຍສຽງຫວຽດນາມ ແມ່ນສວມບົດບາດສຳຄັນຍິ່ງໃນທຸກຂົງເຂດເຄື່ອນໄຫວຂອງລັດກໍຄືຂອງບັນດາອົງການຈັດຕັ້ງມະຫາຊົນ, ເປັນຕົ້ນໃນຂົງເຂດສຳລັບພໍ່ແມ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ການປະກອບສ່ວນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນມີຄວາມສຳຄັນທີ່ສຸດ ເພາະວ່າ ເຂົາເຈົ້າສວມບົດບາດແມ່ນຂົວຕໍ່ ລະຫວ່າງຫວຽດນາມກັບປະເທດທີ່ຊາວຫວຽດນາມ ພວມ ອາໄສ.”
ທີ່ການພົບປະສັງສັນ, ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ: ກ່ຽວກັບການພັດທະນາຂອງວິທະຍຸກະຈາຍສຽງຫວຽດນາມ ດ້ວຍ 4 ຮູບການສື່ມວນຊົນ, ແມ່ນອົງການສື່ມວນຊົນຫລາຍຮູບການໄດ້ນຳສຽງເວົ້າຂອງວິທະຍຸກະຈາຍສຽງຫວຽດນາມ ເຖິງພໍ່ແມ່ຊາວຫວຽດນາມ ອາໄສຢູ່ 5 ທະວີບ ພ້ອມທັງຊ່ວຍເຂົາເຈົ້າເຊື່ອມໂຍງເຂົ້າກັບປະເທດປະຈຳຖິ່ນ ພ້ອມກັນອວ່າຍຫນ້າເມືອຫາບ້ານເກີດເມືອງນອນ, ສ້າງສາປະເທດຊາດ.
“ໃນປີຜ່ານມາ, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ມີການປັບປຸງຫລາຍຢ່າງແລ້ວ. ປະຈຸບັນ VOV ມີ 6 ຊ່ອງກະຈາຍສຽງ. ລັດຖະບານ ຫາກໍ່ອະນຸຍາດຜັນຂະຫຍາຍ ຊ່ອງ VOV ຄົມມະນາຄົມຂອງວິທະຍຸກະຈາຍສຽງຫວຽດນາມ ເປັນຊ່ອງຄົມມະນາຄົມແຫ່ງຊາດ. ລະບົບກະຈາຍສຽງພາກພາສາຕ່າງປະເທດ VOV 5 ຂອງວິທະຍຸກະຈາຍສຽງຫວຽດນາມ ຈະກາຍເປັນຊ່ອງກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ. ນອກນັ້ນ VOV ຍັງມີຊ່ອງໂທລະພາບ VOVTV, ສື່ເອເລັກໂຕນິກ. ນອກຈາກລາຍການກະຈາຍສຽງສະຫງວນໃຫ້ແກ່ຊາວຫວຽດນາມອາໄສຢູ່ຕ່າງປະເທດ ຂອງ VOV5, ເຖິງວ່າວິທະຍຸກະຈາຍສຽງຫວຽດນາມ ຍັງມີລາຍການ ຊາວຫວຽດນາມ ຂອງຫນັງສືພິມ vov.vn, ລາຍການຊາວຫວຽດນາມ ກັບບ້ານເກີດເມືອງນອນຂອງ VOV1. ໄລຍະຈະມາເຖິງ, VOV ຈະຈັດຊ່ອງໂທລະພາບສະພາແຫ່ງຊາດ. ປະຈຸບັນ, VOV ມີ 9 ອົງການປະຈຳ ຢູ່ ລາວ, ໄທ, ກຳປູເຈຍ, ຍີ່ປຸ່ນ, ອາເມລິກາ, ອີຢີບ, ລັດເຊຍ, ຈີນ. ໄລຍະຈະມາເຖິງຈະ ເປີດອົງການປະຈຳ ສ. ເຊັກຕື່ມອີກ.”