ຊາວຫວຽດນາມອາໄສຢູ່ອົດສຕາລີ ຮ່ວມແຮງຮ່ວມໃຈ ເພື່ອນັກຮຽນ ເຈື່ອງຊາ

ຊາວຫວຽດນາມອາໄສຢູ່ອົດສຕາລີ ຮ່ວມແຮງຮ່ວມໃຈ ເພື່ອນັກຮຽນ ເຈື່ອງຊາ - ảnh 1
ການແຜ່ບໍລິຈາກ​​ເງິນ​ຕອບ​ສະ​ໜອງ​ແຜນການ
​ກໍ່ສ້າງ​ໂຮງຮຽນ​ໃນ​ເກາະ ​ເຈື່ອງ​ຊາ​ເລີ໋ນ
(ພາບ: quehuongonline.vn)

(vovworld) -     ​ໂດຍ​ຕັ້ງໜ້າ​ຕອບ​ສະ​ໜອງ​ແຜນການ​ກໍ່ສ້າງ​ໂຮງຮຽນ​ໃນ​ເກາະ ​ເຈື່ອງ​ຊາ​ເລີ໋ນ, ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ອົດສຕາ​ລີ ​ໄດ້​ແຜ່ບໍລິຈາກ​​ເງິນ​ກວ່າ 12.000 ​AUD (​ໂດ​ລາ​ອົດສຕາ​ລີ) ​ໃນ​ການ​ຂົນຂວາຍ​ເປັນ 3 ຄັ້ງ ຢູ່​ບັນດາ​ນະຄອນ Brisbane, Melbourne ​ແລະ Sydeny. ບັນດາ​ການ​ຂົນຂວາຍ​ແຜ່​ບໍລິຈາກ​​ເງິນສະໜັບສະໜູນ​ລາຍການ “ເພື່ອ​ນັກຮຽນ ເຈື່ອງ​ຊາ​ທີ່ຮັກ​​ແພງ” ​ເຊິ່ງ​ໄດ້​ຮັບ​​ຄວາມ​ສົນໃຈ, ຕອບ​ສະໜອງ​ຈາກ​ປະຊາຊົນ​ຫວຽດນາມ ອາ​ໄສ​ຢູ່​ອົດສຕາ​ລີ, ນັກ​ສຶກສາ​ທີ່​ພວມ​ຮໍ່າຮຽນ​ຢູ່​ອົດສຕາ​ລີ ພ້ອມ​ກັບ​ບັນດາ​ອົງການ​ຕາງໜ້າ​ຂອງ​ຫວຽດນາມ ປະຈຳ​ອົດ​ສຕາ​ລີ ເປັນ​ຈຳນວນ​ຫຼວງ​ຫຼາຍ. ທີ່​ນະຄອນ Brisbane ຂຶ້ນ​ກັບ​ລັດ Queensland, ຂະ​ບວນການ​ໄດ້​ຮັບ​ການ​ປຸກ​ລະດົມ​ເປັນ​ຫຼາຍ​ຄັ້ງ, ຄັ້ງ​ທຳ​ອິດ​ຄາດ​ວ່າ​ຈະ​ສິ້ນສຸດ​ລົງ​ໃນ​ວັນ​ທີ 26/9 ຈະ​ມາ​ເຖິງ. ຢູ່​ນະຄອນ Sydeny, ລັດ New South Wales, ຂະ​ບວນການ​ໄດ້​ຮັບ​ການ​ຍູ້​ແຮງ ບໍ່​ພຽງ​ແຕ່​ຜ່ານ​ການ​ສະໜັບສະໜູນ​ກ່ຽວ​ກັບ​ການ​ເງິນ​ເທົ່າ​ນັ້ນ ຫາກ​ຍັງ​ດ້ວຍ​ການ​ແລກປ່ຽນຄຳ​ຄິດ​ຄຳ​ເຫັນ​ຜ່ານ​ບັນຫາ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ຢ່າງ​ຕັ້ງໜ້າ​ອີກ​ດ້ວຍ. ທ່ານ​ນາງ Truong My Hoa, ອະ​ດີດ​ຮອງ​ປະທານ​ປະ​ເທດ​ຫວຽດນາມ, ຮອງ​ປະທານ​ກອງ​ທຶນ​ສຶກສາ Vu A Dinh, ​ໃຫ້​ຮູ້​ວ່າ, ວົງ​ຄະນະ​ຍາດຊາວ​ຫວຽດນາມ​ອາ​ໄສ​ຢູ່​ອົດສຕາ​ລີ  ​ແມ່ນ​ວົງ​ຄະນະ​ຍາດ​ທີ່​ນຳ​ໜ້າ​ໃນ​ການ​ສະໜັບສະໜູນ​ລາຍການ “ເພື່ອ​ນັກຮຽນ ເຈື່ອງ​ຊາ​ທີ່ຮັກ​​ແພງ” ​ແລະ ​ໄດ້​ມີ​ບັນດາ​ການ​ປະກອບ​ສ່ອນ​ທີ່​ລ້ຳ​ຄ່າ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳອົດສຕາ​ລີ Hoang Vinh Thanh ​ໄດ້​ຢືນຢັນ​ການ​ປະກອບສ່ວນ​ຂອງວົງ​ຄະນະ​ຍາດ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ອົດສຕາ​ລີ ກໍ​ແມ່ນ​ການ​ຮ່ວມ​​ແຮງ​ຮ່ວມ​ໃຈໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ຢັ້ງຢືນ​ອະ​ທິປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

ໃນຕອນ​ຄໍ່າ​ວນທີ 22/9, ຢູ່​ໂຮງ​ນະຄອນ Wesley Missiom ຢູ່​ສູນ​ນະຄອນ Sydney, ​ໄດ້​ດຳ​ເນີນ​ລາຍການ​ສະ​ແດງ​ສິລະ​ປະ​ດ້ວຍ​ຫົວ​ຂ້ໍ “ບ້ານ​ເກີດ​ເມືອງ​ນອນ” ​ໂດຍ​ສະມາຄົມ​ນັກ​ສຶກສາ​ຫວຽ​ດນາມ ຂະຫຍັນ​ຂັນ​ເຄື່ອນ ລັດ New South Wales ຈັດ​ຕັ້ງຂຶ້ນ.

ຂ່າວ/ບົດ​ອື່ນ