ຊາວຫວຽດນາມອາໄສຢູ່ໄທຜູ້ດີເດັ່ນກັບມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ
(ພາບປະກອບຈາກ VOV)
|
(vovworld) – ຄະນະກຳມະການແຫ່ງຊາດ ກ່ຽວກັບ ຊາວ ຫວຽດນາມ ຢູ່ຕ່າງປະເທດ ໄດ້ສົມທົບກັບສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ແລະ ສະຖານທູດ ຫວຽດນາມ ປະຈຳ ໄທ ຈັດຕັ້ງຄະນະຜູ້ແທນບັນດາເຈົ້າອະທິການບັນດາວັດ ຫວຽດນາມ ແລະ ຜູ້ຕາງໜ້າຊາວ ຫວຽດນາມ ຢູ່ໄທຜູ້ດີເດັ່ນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 25 - 30/3/2017. ວັນທີ 26/3, ຢູ່ຮ່າໂນ້ຍ, ຄະນະໄດ້ວາງໄປພວງມາລາ ແລະ ເຂົ້າໄວ້ອາໄລສຸສານປະທານໂຮ່ຈີມິນ; ຢ້ຽມຢາມວັດເສົາດຽວ, ວັດ ຟາບເວີນ, ວັດ ເຈີ໋ນກວກ…
ນີ້ເປັນຄັ້ງທຳອິດທີ່ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ຢູ່ຕ່າງປະເທດສົມທົບກັບບັນດາອົງການກ່ຽວຂ້ອງຈັດຕັ້ງການເຄື່ອນໄຫວຢູ່ພາຍໃນປະເທດໃຫ້ບັນດາພະສົງສຳມະເນນ, ພຸດທະສາສະນິກກະຊົນ ຊາວ ຫວຽດນາມ ຢູ່ຕ່າງປະເທດ. ຄາດວ່າ, ໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ຄະນະຜູ້ແທນດັ່ງກ່າວຈະເຂົ້າຢ້ຽມຂ່ຳນັບການນຳພັກ, ລັດ; ເຮັດວຽກກັບບາງອົງການກ່ຽວຂ້ອງຂອງ ຫວຽດນາມ; ຢ້ຽມຢາມວັດບາງແຫ່ງຢູ່ບັນດາແຂວງ: ບັກນີງ, ຫວີງຟຸກ ແລະ ຟູ໋ເທາະ.