ຊາວຫວຽດນາມແລະຟີລິບປິນນິຍົມໄປມາໃນພາກພື້ນອາຊຽນດ້ວຍທາງການບິນ

ຊາວຫວຽດນາມແລະຟີລິບປິນນິຍົມໄປມາໃນພາກພື້ນອາຊຽນດ້ວຍທາງການບິນ - ảnh 1
(ພາບປະກອບ/TTXVN)

(vovworld) - ດ້ວຍ​ລາຄາ​ເຊື້ອ​ເພີງ​ຕຳ່, ພ້ອມ​ກັບ​ການ​ພັດທະນາ​ຢ່າງ​ແຮງ​ຂອງ​ບັນດາ​ບໍລິສັດ​ການບິນ​ລາຄາ​ຖືກນັ້ນ, ​ໄດ້​​ສົ່ງ​ເສີມ​ຄົນ​ຊັ້ນ​ກາງ​ຢູ່ ຫວຽດນາມ ​ແລະ ຟີ​ລິບ​ປິນ ​ໄປມາ​ໃນ​ພາກ​ພື້ນ​ອາ​ຊຽນດ້ວຍ​ທາງ​ການບິນ. ຕາມ​ປະກາດ​ຂອງ​ໜັງສືພິມ​ການ​ເງິນ​ລາຍ​ວັນ​ຂອງ​ ອັງກິດ​ແລ້ວ, ​ໃນ​ຈຳນວນ​ຜູ້​ຖືກ​ຖາມຢູ່​ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ​ໄທ ​ແລະ ຫວຽດນາມ 3.000 ຄົນ​ນັ້ນ, ​ຊາວ ຟີ​ລິບ​ປິນ 77% ​ໃຫ້​ຮູ້​ວ່າ, ປີ 2015 ​ເຂົາ​ເຈົ້າ​ໄປມາ​ໃນ​ພາກ​ພື້ນ​ດ້ວຍ​ທາງ​ການບິນ, ສູງກວ່າ​ອັດຕາ 63,5% ຂອງ​ປີ 2013. ​ໃນ​ຂະນະ​ນັ້ນ​ຊາວ ຫວຽດນາມທີ່​ເຂົ້າ​ຮ່ວມ​ການ​ສຳ​ຫຼວດນີ້ 68% ​ແມ່ນ​ໄປມາ​ໃນ​ພາກ​ພື້ນ​ດ້ວຍ​ທາງ​ການບິນ, ສູງ​ກວ່າ​ລະດັບ 32,3% ຂອງ​ປີ 2013.

ຂ່າວ/ບົດ​ອື່ນ