ຊາວຫວຽດນາມໃນ ທົ່ວໂລກຄັດຄ້ານ ເລື່ອງຈີນລະເມີດ ອະທິປະໄຕ ຫວຽດນາມ


ຊາວຫວຽດນາມໃນ ທົ່ວໂລກຄັດຄ້ານ ເລື່ອງຈີນລະເມີດ ອະທິປະໄຕ ຫວຽດນາມ - ảnh 1

ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ຍີ່ປຸ່ນ

(ພາບ: Vietnam+)

(vovworld)- ຕອນ​ບ່າຍ​ວັນ​ທີ 11/5, ຊາວ​ຫວຽດນາມ ​ແລະ ຊາວ​ຕ່ວປະ​ເທດອາ​ໄສ​ຢູ່​ຍີ່ປຸ່ນ ​ກ່ວາ 500 ຄົນ​ໄດ້​ຈັດການ​​ແຫ່​ຂະ​ບວນປະ​ທ້ວງແຫ່​ຄັດຄ້ານ​​ເລື່ອງ​ຈີນໄດ້​ຕັ້ງຮ້ານ​ເຈາະ​ນ້ຳມັນຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ໄຫຼ່​ທະວີບ ​ແລະ ​ເຂດ​ເສດຖະກິດຈຳ​ເພາະຂອງ​ຫວຽດນາມ. ນັກ​ຂ່າວ​ໂທລະພາບ NHK, ANN ພ້ອມ​ກັບ​ໜັງສືພິມ​ຕ່າງໆ​ຂອງ​ຍີ່ປຸ່ນ ​ໄດ້​​ເຮັດ​ຂ່າວ, ສຳພາດ​ຜູ້​ ​ແຫ່​ຂະ​ບວນປະ​ທ້ວງ ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ​ຢ່າ​ງ​ເລິກ​ເຊິ່ງຂອງ​ຫາງ​ສຽງ​ຍີ່ປຸ່ນຕໍ່​ການ​ຜັນ​ແປ​ທີ່​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

   ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງຕ່າງໆ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ໄປ​ໃນ​ທົ່ວ​ປະ​ເທດ​ອາ​ເມ​ລິ​ກາ ​ເພື່ອ​ຄັດຄ້ານ​ການ​ກະທ​ຳຂອງ​ຈີນ. ທ່ານ ດາ​ວິດ​ໂຮ່, ປະທານ​ສະມາຄົມ​ນັກທຸລະກິດ​ຫວຽດນາມ​ ຢູ່​ອາ​ເມ​ລິ​ກາ ສະ​ແດງ​ວ່າ:

   “ເຂົາ​ເຈົ້າ​ໄດ້​ຕັ້ງຮ້ານ​ເຈາະ​ນ້ຳມັນ​​ໃນເຂດ​ໄຫຼ່​ທະ​ວີ​ບຂອງ​ຫວຽດນາມ ​ຢ່າງບັງ​ອາດ ​​ເມີນ​ເສີຍ​​ເຖິງກົດ​ໝານ​ສາກົນ. ການ​ກະທຳ​ຄື​ແນວ​ນັ້ນ​ແມ່ນ​ເປີດ​ແປນ​ທີ່​ສຸດ, ຂ້າພະ​ເຈົ້າ​ໂກດ​ແຄ້ນ​ທີ່​ສຸດ​ກັບ​ເລື່ອງ​ນີ້ ​ແລະ ຫວັງ​ວ່າ, ປະຊາຊົນ​ຫວຽດນາມ ທຸກ​ຄົນ​ຈະ​ສາ​ມັກ​ຄີ​ກັນ​ເພື່ອ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ພວກ​ເຮົາ “.

   ທ່ານ​ຫງວຽນ​ແມ້ງ​ຮຸ່ງ, ສາດສະດາຈານ​ນະ​ໂຍບາຍ​ການ​ທູດ​ອາ​ເມ​ລິ​ກາ, ມະຫາວິທະຍາ​ໄລ George Maison ຖື​ວ່າ:

   “ຈີນ​ ​ໄດ້ແຜນການ​, ມີ​ຍຸດ​ທະ​ສາດ​​ໄລຍະຍາວ​ເພື່ອ​ແນ​ໃສ່​ຊອກ​ຫາ​ວິທີ​ຍຶດຄອງ​ທະ​ເລ​ຕາ​ເວັນ​ອອກ​ນັບ​ແຕ່​ດົນ​ແລ້ວ ​ແລະ ນີ້​ແມ່ນ​ບາດກ້າວ​ຕໍ່​ໄປ​ໃນ​ວິວັດ​ການ​ນີ້. ​ເຂົາ​ເຈົ້າຢາກ​​ເຮັດທົດ​ລອງ​ເພື່ອ​ເຫັນ​ວ່າ​ຫວຽດນາມ​ ສາມາດ​ຮັບ​ມື​ຄື​ແນວ​ໃດ ​ແລະ ປະຈຸ​ບັນ​​ເຂົາ​ເຈົ້າພວມ​ໄດ້​ຮັບ​ການ​ຄັດຄ້ານ​ຈາກ​ຫຼາຍ​ປະ​ເທດ. ນີ້​ແມ່ນ​ການ​ກະທຳ​ເປີດ​ແປນ, ລະ​ເມີດ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ“.

ຊາວຫວຽດນາມໃນ ທົ່ວໂລກຄັດຄ້ານ ເລື່ອງຈີນລະເມີດ ອະທິປະໄຕ ຫວຽດນາມ - ảnh 2

ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​​ເຢັຍລະ​ມັນ

(ພາບ:Lienhiepnguoiviet)

    ສ່ວນ​ປະຊາ​ຄົມ​ຊາວຫວຽດນາມ ອາ​ໄສ​ຢູ່​ຝະລັ່ງ, ສິງກະ​ໂປ, ສ.​ເຊັກ, ສ.ສະຫະພັນ​ເຢຍລະ​ມັນ ກໍ່​ໄດ້​ອອກສຽງ​ຄັດຄ້ານ​ການ​ກະທຳ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ​ເຊັ່ນ​ດຽວ​ກັນ./.

ຂ່າວ/ບົດ​ອື່ນ