ຊາວອີຢີບດຳເນີນການແຫ່ຂະບວນປະທ້ວງຄັດຄ້ານການພິພາກສາຜູ້ ສະໜັບສະໜູນອົງການອ້າຍນ້ອງຊາວມຸດສລິມ

ຊາວອີຢີບດຳເນີນການແຫ່ຂະບວນປະທ້ວງຄັດຄ້ານການພິພາກສາຜູ້ ສະໜັບສະໜູນອົງການອ້າຍນ້ອງຊາວມຸດສລິມ - ảnh 1
(ພາບປະກອບ: AFP)

(vovworld) - ວັນ​ທີ 25/03, ນັກ​ສຶກສາ​ຂອງ​ບັນດາ​ມາ​ຫາ​ວິທມະ​ຍາ​ໄລ​ອີ​ຍີບ ​ໄດ້​ປຸກລະດົມ​ການ​ແຫ່​ຂະ​ບວນປະ​ທ້ວງ ​ເພື່ອ​ຄັດຄ້ານ​ການ​ປະຊຸມ​ສານພິພາກສາ​ສະມາຊິກ​ຂອງ ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ສລິ​ມ (MB) ​ແລະ ຜູ້​ສະໜັບສະໜູນ​ປະທານາທິບໍດີຜູ້​ຖືກ​ປົດ​ຕຳ​ແໜ່​ງ Mohamed Morsi ​ເກືອບ 1.200 ຄົນ. ຢູ່​ແຂວງ​ທາງ​ພາກ​ໃຕ້ Minya, ​ເຊິ່ງ​ເປັນ​ສະຖານ​ທີ່​​ເປີດ​ສານ​ພິພາກສາ, ຕຳຫຼວດ​ຕ້ອງ​ໃຊ້​ແກ​ັດນ້ຳຕາ ​ເພື່ອ​ເລີກການ​ເຕົ້າ​ໂຮມ​ຂອງ​ນັກ​ສຶກສາ​ມຸດ​ສລິ​ມ ນັບ​ຮ້ອຍ​ຄົນ. ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ປິດ​ລ້ອມ​ບາງ​ເສັ້ມທາງ​ຄົມມະນາຄົມ​ຕົ້ນ​ຕໍ່ ຕໍ່ໜ້າ​ມະຫາວິທະຍາ​ໄລ Minya, ຂູດ​ເຜົາ​ຍານ​ເກາະ​ລຳ​ໜຶ່ງ, ​​ແກວ​ງ​ກ້ອນດິນ​ຈີ ​ແລະ ຍິງ​ບັ້ງ​ໄຟ​ດອກ​ໃສ່ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ. ​​ໃນ​ວັນ​ດຽວ​ກັນ​​, ນັກ​ສຶກສາຢູ່ມະຫາວິທະຍາ​ໄລ Al Azhar,  Helwan, Mansoura ​ແລະ Alexandria ກໍ່​ດຳ​ເນີນການ​ແຫ່​ຂະ​ບວນປະ​ທ້ວງ​ເຊັ່ນ​ດຽວ​ກັນ.

        ​ໃນ​ຂະນະ​ນັ້ນ, ວັນ​ທີ 25/03, ສານ​ອາຍາ ​ແຂວງ Minya ສືບ​ຕໍ​່ພິພາກສາ​ຜູ້ນຳທາງ​ດ້ານ​ຈິດ​ໃຈ​ສູ​ງສຸດ​ຂອງ MB Mohamed Badie ​ແລະ ສະມາຊິກ​ຂອງ​ອົງການ​ດັ່ງກ່າວ 682 ຄົນ ຍ້ອນ​ຖືກ​ກ່າວ​ຫາ​ມິ​ການ​ກະທຳ​ຄາດ​ຕະກຳ.

ຂ່າວ/ບົດ​ອື່ນ