ຊາວອາບການິດສະຖານກວ່າ70ຄົນເສຍຊີວິດແລະຮັບບາດເຈັບໃນເຫດບຸກໂຈມຕີຂອງຕາລີບານ

ຊາວອາບການິດສະຖານກວ່າ70ຄົນເສຍຊີວິດແລະຮັບບາດເຈັບໃນເຫດບຸກໂຈມຕີຂອງຕາລີບານ - ảnh 1
ຕາ​ລີ​ບານ ບຸກ​ໂຈມ​ຕີ​ສະ​ໜາມ​ບິນ​ຢູ່​ນະ​ຄອນ Kandehar
(ພາບ: Reuters)

(vovworld) - ຢ່າງ​ໜ້ອຍ​ສຸດ​ທີ 37 ຄົນ​ເສຍ​ຊີ​ວິດ ແລະ 35 ຄົນ​ຮັບ​ບາດ​ເຈັບ​ໃນ​ເຫດ​ພວກ​ທະ​ຫານ​ກະ​ບົດ ຕາ​ລີ​ບານ ບຸກ​ໂຈມ​ຕີ​ສະ​ໜາມ​ບິນ​ຢູ່​ນະ​ຄອນ Kandehar ແຕ່​ວັນ​ທີ 08/12. ໃນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ນີ້, ມີ 9 ໃນ​ຈຳ​ນວນ 11 ມື​ປືນ​ຕາ​ລີ​ບານ ຖືກ​ດັບ​ສູນ. ກ່ອນ​ໜ້ານັ້ນ, ໃນ​ຕອນ​ຄ່ຳ​ວັນ​ທີ 08/12, ມີ​ມື​ປືນທີ່​ປະ​ກອບ​ດ້ວຍເສື້ອ​ຕິດ​ລະ​ເບີດ, ປືນ​ຍິງ​ລູກ​ຈະ​ຫຼ​ວດ ແລະ ​ອາ​ວຸດ​ປະ​ເພ​ດ​ອື່ນໆ​ອີກ ຢ່າງ​ໜ້ອ​ຍ​ສຸດ 6 ຄົນ ໄດ້​ຢຶດ​ຄອງ​ໂຮງ​ຮຽ​ນ​​ແຫ່ງໜຶ່ງ​​ຢູ່​ໃ​ກ້​ກັບ​ສະ​ໜາມ​ບິນ​ສາ​ກົນ Kandehar. ບັນ​ດາ​​ມື​ປືນນີ້​ໄດ້​ຍິງ​ລູກ​ຈະ​ຫຼວດ ໃສ່​ສະ​ໜາມ​ບິນ ແລະ ປະ​ທະ​ກັນ​ກັບ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ເຂດ​ດັ່ງ​ກ່າວ.

      ໃນ​ຖະ​ແຫຼງ​ການ​ທາງ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ Twitter, ໂຄ​ສົກ​ຂອງ​ຕາ​ລີ​ບານ ຍອມ​ຮັບ​​ວ່າ ການ​ບຸກ​ໂຈມ​ຕີແມ່ນ​ພາກ​ສ່ວນ​ໜຶ່ງ​ໃນ​ບັ້ນ​ຮົບ​ຂອງກ​ຸ່ມນ​ີ້ ທີ່​ມີ​ຊື່​ວ່າ ບັ້ນ​ຮົບ​ປະ​ຕິ​ວັດ, ພ້ອມ​ທັງ​ໃຫ້​ຮູ້​ວ່າ, ມີ​ສາ​ມັນ​ຊົນ ແລະ ພົນ​ທະ​ຫານ​ອາບ​ກາ​ນິດ​ສະ​ຖານ 150 ຄົນ​ຖືກ​ເສຍ​ຊີ​ວິດ​ໃນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ