ຊາວເວເນຊູເອລາ ສະແດງຄວາມອາໄລອາວອນຕໍ່ ອະດີດປະທານາທິບໍດີ Hugo Chavez

ຊາວເວເນຊູເອລາ ສະແດງຄວາມອາໄລອາວອນຕໍ່ ອະດີດປະທານາທິບໍດີ  Hugo Chavez - ảnh 1
ຂະບວນຄົນໄດ້ເຕົ້າໂຮມກັນມາອຳ​ລາ​ທ່ານອະດີດ​ປະທາ​ນາ​ທິບໍດີ ​ເວ​ເນ​ຊູ​ເອລາ Hugo Chavez ຄັ້ງສຸດທ້າຍ (ພາບ: AFP)

Vovworld- ພິທີ​ໄຫວ້​ອາ​ໄລ​ອະດີດ​ປະທາ​ນາ​ທິບໍດີ ​ເວ​ເນ​ຊູ​ເອລາ Hugo Chavez ຈະ​ຖືກຈັດ​ຂຶ້ນ​ໃນ​ວັນ​ທີ 8/3. ວັນ​ທີ 7/3 , ຊາວເວ​ເນ​ຊູ​ເອລາ ນັບ​ພັນໆ​ຄົນ ​ໄດ້​ພາກັນ​ມາ​ເຕົ້າ​ໂຮມ​ຢູ່​ວິທະຍາຄານ​ການ​ທະຫານ Boliva ທີ່​ນະຄອນຫຼວງ Caracas ຊຶ່ງ​ແມ່ນ​ແຫ່ງ​ພວມ​ດອຍ​ສົບ​ຂອງອະດີດ​ປະທາ​ນາ​ທິບໍດີ ​ເວ​ເນ​ຊູ​ເອລາ Hugo Chavez ​ໄວ້​ເພື່ອ​ເຂົ້າ​ອຳ​ລາ​ທ່ານ​ຄັ້ງ​ສຸດ​ທ້າຍ. ຄາດ​ວ່າມີ​ກ່ວາ 2 ລ້ານ​ຄົນ​ໄດ້​ເຂົ້າ​ໄຫວ້​ອາ​ໄລ​ທ່ານ​ໃນ​ວັນ​ທີ 7/3. ລັດຖະບານ ເວ​ເນ​ຊູ​ເອລາ ​ໄດ້​ຕົກລົງ​ຈະ​ໃຊ້​ວິທີ​ຮັກສາ​ສົບ​ຂອງ ອະດີດ​ປະທາ​ນາ​ທິບໍດີ ​ເວ​ເນ​ຊູ​ເອລາ Hugo Chavez ​ແລະ ບຳ​ເພັນກຸສົ​ນຢູ່​ຫໍພິພິທະ​ພັນ​ປະຕິ​ວັດ​ທີ່​ນະຄອນຫຼວງ Caracas. ພາຍຫຼັງ​ພິທີ​ໄຫວ້ອາ​ໄລ​ເມື່ອ​ວັນ​ທີ 7/3, ​ສົບ​ຂອງ ອະດີດ​ປະທາ​ນາ​ທິບໍດີ ​ເວ​ເນ​ຊູ​ເອລາ Hugo Chavez ຍັງ​ຄົງຖືກ ບຳ​ເພັນກຸສົ​ນຢູ່ ວິທະຍາຄານ​ການ​ທະຫານ Boliva ຕື່ມ​ອີກ 7 ວັນ​ເພື່ອ​ໃຫ້​ປະຊາຊົນ​ຜູ້​ຍັງ​ບໍ່​ທັນ​ມີ​ເງື່ອນ​ໄຂ ສາມາດ​ສືບ​ຕໍ່​ເຂົ້າ​ໄຫວ້​ອາ​ໄລ ​ແລະ ອຳ​ລາ​ທ່ານ​ຄັ້ງ​ສຸດ​ທ້າຍ.

ຂ່າວ/ບົດ​ອື່ນ