(vovworld) – ຕອນບ່າຍວັນທີ 17/7, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນທ້ຽນເຍີນ ໃຫ້ການຕ້ອນຮັບຄະນະຜູ້ແທນຊາວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດທີ່ກັບເມືອປະເທດເຂົ້າຮ່ວມ “ຄ້າຍພັກແລ້ງປີ 2013”. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ: ນັກຮຽນ ຫວຽດນາມ ອາໄສຢູ່ຕ່າງປະເທດແຕ່ລະຄົນຄືດັ່ງທູດຜູ້ໜຶ່ງຂອງ ຫວຽດນາມ ຢູ່ຕ່າງປະເທດ. ດັ່ງນັ້ນ, ພວກນ້ອງຕ້ອງພະຍາຍາມຮຳ່ຮຽນ, ສ້າງຮູບພາບຊາວ ຫວຽດນາມ ທີ່ສະໜິດສະໜົມ, ດຸໝັ່ນຂະຫຍັນພຽນ ຄືດັ່ງມູນເຊື້ອທີ່ມີຢູ່ແລ້ວຂອງຊາວ ຫວຽດນາມ, ປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດຊາດປະຈຳຖິ່ນ ກໍ່ຄືປະກອບສ່ວນກໍ່ສ້າງບ້ານເກີດເມືອງນອນ ຫວຽດນາມ ໃຫ້ຮັ່ງມີ, ສວຍງາມ. ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ: ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ນັບຖືການປະກອບສ່ວນຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຍາມໃດກໍ່ເອົາໃຈໃສ່ເຖິງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຖືວ່ານີ້ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມຊາວ ຫວຽດນາມ ໄດ້. ບັນດາຄວາມຄິດຮອດຄິດເຖິງບ້ານເກີດເມືອງນອນຂອງຊາວ ຫວຽດນາມອາໄສຢູ່ຕ່າງປະເທດ, ກໍ່ແມ່ນຄວາມຜາສຸກຂອງຊາວ ຫວຽດນາມ ຢູ່ພາຍໃນປະເທດ.