ຊາວໜຸ່ມດີເດັ່ນ 20 ຄົນເຂົ້າໃນຮອບຄັດເລືອກໂດຍກົງທາງອິນເຕີແນັດເພື່ຮັບລາງວັນຊາວໜຸ່ມຫວຽດນາມດີເດັ່ນປີ 2020

(VOVWORLD) -ພິທີຍ້ອງຍໍຊາວໜຸ່ມດີເດັ່ນຫວຽດນາມ ປີ 2020 ແລະ ພິທີສະເຫຼີມສະຫຼອງ 25 ປີແຫ່ງວັນຈັດຕັ້ງລາງວັນຊາວໜຸ່ມດີເດັ່ນຫວຽດນາມ ຈະດຳເນີນໃນວັນທີ 22 ມີນາ, ຢູ່ນະຄອນຮ່າໂນ້ຍ.
ຊາວໜຸ່ມດີເດັ່ນ 20 ຄົນເຂົ້າໃນຮອບຄັດເລືອກໂດຍກົງທາງອິນເຕີແນັດເພື່ຮັບລາງວັນຊາວໜຸ່ມຫວຽດນາມດີເດັ່ນປີ 2020 - ảnh 1ສະພາພິຈາລະນາມອບລາງວັນຊາວໜຸ່ມດີເດັ່ນຫວຽດນາມ ປີ 2020 ຄັດເລືອກຊາວໜຸ່ມດີເດັ່ນ 20 ຄົນ
(ພາບ: thanhnien.vn)

ຕອນບ່າຍວັນທີ 22 ກຸມພາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ສະພາພິຈາລະນາມອບລາງວັນຊາວໜຸ່ມດີເດັ່ນຫວຽດນາມ ປີ 2020 ໄດ້ຈັດກອງປະຊຸມຖະແຫຼງຂ່າວປະກາດຊາວໜຸ່ມດີເດັ່ນ 20 ຄົນໄດ້ເຂົ້າໃນຮອບຄັດເລືອກໂດຍກົງທາງອິນເຕີແນັດເພື່ອຮັບລາງວັນຊາວໜຸ່ມຫວຽດນາມດີເດັ່ນປີ 2020.

        ປີ 2020, ຄະນະປະຈຳການສະພາມອບລາງວັນໄດ້ຮັບເອກະສານ 152 ສະບັບທີ່ຖືກຕ້ອງຕາມຂໍ້ກຳນົດຂຶ້ນກັບ 10 ຂົງເຂດ, ມາຈາກ 44 ຫົວໜ່ວຍ. ສະພາພິຈາລະນາມອບລາງວັນຊາວໜຸ່ມດີເດັ່ນຫວຽດນາມ ປີ 2020 ໄດ້ຄັດເລືອກຊາວໜຸ່ມດີເດັ່ນ 20 ຄົນ ເຂົ້າຮອບຄັດເລືອກໂດຍກົງທາງອິນເຕີແນັດເພື່ອຮັບເອົາຄຳເຫັນຢ່າງກວ້າງຂວາງໃນສະມາຊິກຊາວໜຸ່ມ, ຊາວໜຸ່ມ, ປະຊາຊົນໃນທົ່ວປະເທດ ເຊິ່ງດຳເນີນໄປນັບແຕ່ວັນທີ 22 ກຸມພາ ຫາວັນທີ 07 ມີນາ 2021. ຄາດວ່າ, ທີ່ກອງປະຊຸມຄັ້ງທີ 2 ດຳເນີນໃນວັນທີ 08 ມີນາ, ຈະຕັດສິນຄັດເລືອກຊາວໜຸ່ມດີເດັນຫວຽດນາມ ປີ 2020 10 ຄົນ.

        ຄາດວ່າ, ພິທີຍ້ອງຍໍຊາວໜຸ່ມດີເດັ່ນຫວຽດນາມ ປີ 2020 ແລະ ພິທີສະເຫຼີມສະຫຼອງ 25 ປີແຫ່ງວັນຈັດຕັ້ງລາງວັນຊາວໜຸ່ມດີເດັ່ນຫວຽດນາມ ຈະດຳເນີນໃນວັນທີ 22 ມີນາ, ຢູ່ນະຄອນຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ