ຊາວໜຸ່ມອາຊຽນ ແລະ ຍີປຸ່ນເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນ ຢູ່ ສິງກະໂປ
ຄະນະຜູ້ແທນຊາວໜຸ່ມລາວ ທີ່ເຂົ້າຮ່ວມການເດີນທາງຢ້ຽມຢາມ ຂອງກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້
(ພາບ: TTXVN)
|
(vovworld)- ວັນທີ 30/11, ມີຊາວໜຸ່ມກ່ວາ 300 ຄົນທີ່ີມາຈາກ 10 ປະເທດອາຊຽນ ແລະ ຍີປຸ່ນໄດ້ເລີ່ມ ເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນຢູ່ ສິງກະໂປຢ່າງເປັນທາງການ ຊຶ່ງແມ່ນປະເທດທີ່ 4 ໃນການເດີນທາງຢ້ຽມຢາມ ຂອງກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ປີ 2013, ຖັດຈາກ ຍີປຸ່ນ, ຫວຽດນາມ ແລະ ໄທ, ບັນດາສະມາຊິກທີ່ເຂົ້າຮ່ວມການເດີນທາງ ລ້ວນແຕ່ຖືວ່າ ຈຸດພົ້ນເດັ່ນຂອງການເຄື່ອນໄຫວນີ້ ແມ່ນຈິດໃຈຮັກແພງແຂກຂອງຊາວຍີປຸ່ນ, ຫວຽດນາມ, ສິງກະໂປ ແລະ ໄທ. ຊຸດເສື້ອຍາວຂອງແມ່ຍິງຫວຽດນາມ ແລະ ວິຖີຊີວິດຂອງຄອບຄົວຫວຽດນາມ ໄດ້ສ້າງຄວາມປະທັບໃຈທີ່ດີງາມໃຫ້ໝົດ ທຸກຄົນ.
ບັນດາຜູ້ແທນທີ່ເຂົ້າຮ່ວມການເດີນທາງຢ້ຽມຢາມ ຂອງກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ ໄດ້ເຂົ້າຮ່ວມບັນດາການແລກປ່ຽນກ່ຽວກັບບັນຫາຕ່າງໆໃນພາກພື້ນ ແລະ ບັນດາການເຄື່ອນໄຫວຄື ທຳຄວາມສະອາດຢູ່ຫາດຊາຍທະເລ, ແຈກຢາຍສະບຽງອາຫານໃຫ້ແກ່ຜູ້ທຸກຍາກ ແລະ ຢ້ຽມຢາມຢູຊະນີຍະສະຖານປະຫວັດສາດບາງແຫ່ງຂອງສິງກະໂປ.