(ພາບປະກອບ)
(vovworld) - ວັນທີ 07/04 ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ຊູແອັດ ຢ່າງເປັນທາງການ ຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບູຍແທງເຊີນ ໄດ້ເຮັດວຽກກັບທ່ານ Annika Soder ລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດ ຊູແອັດ ຢູ່ສຳນັກງານກະຊວງການຕ່າງປະເທດ ຊູແອັດ.
ທີ່ການເຮັດວຽກ, ທ່ານ Annika Soder ຢືນຢັນວ່າ: ຊູແອັດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ໃນອາຊຽນ. ທ່ານຮອງລັດຖະມົນຕີ ບູຍແທງເຊີນ ຊົມເຊີຍຂໍ້ສະເໜີຂອງ ຊູແອັດ ໃນການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ໃນຂົງເຂດສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ ແລະ ສາທາລະນະສຸກ.
2 ຝ່າຍເຫັນດີເປັນເອກະສັນ ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ ເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາການຮ່ວມມືໃນຫລາຍດ້ານລະຫວ່າງ 2 ປະເທດ; ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ພິເສດແມ່ນຢູ່ສະຫະປະຊາຊາດ. 2 ຝ່າຍຢືນຢັນ ສະໜັບສະໜູນວິວັດທະນາການຫັນເປັນການຄ້າເສລີໃນທົ່ວໂລກ ແລະ ເຫັນດີເປັນເອກະພາບ ພ້ອມກັນຊຸກຍູ້ການລົງນາມສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ ຢ່າງເປັນທາງການໂດຍໄວ. 2 ຝ່າຍກໍ່ແລກປ່ຽນບາງບັນຫາໃນພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີສະພາບການຢູ່ທະເລຕາເວັນອອກ.