ຍົກລະດັບຄຸນນະພາບການສຶກສາວິຊາຊີບໃຫ້ແກ່ຄົນງານຊົນນະບົດ

ຍົກລະດັບຄຸນນະພາບການສຶກສາວິຊາຊີບໃຫ້ແກ່ຄົນງານຊົນນະບົດ - ảnh 1
(ທ່ານ​ລັດຖະມົນຕີ ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດຶກ​ຟາດ)

(vovworld) -​ ຕອນ​ເຊົ້າ​ວັນ​ທີ 7/5, ຢູ່​ຮ່າ​ໂນ້ຍ, ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ສົມທົບ​ກັບ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຈັດ​ຕັ້ງ​ກອງ​ປະຊຸມ ປະ​​ເມີນ​ວຽກ​ງານ​ບຳລຸງ​ສ້າງ​ວິຊາ​ຊີບ​ກະ​ສີ​ກຳ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ. ຜັນ​ຂະຫຍາຍ ”​ແຜນ​ຮ່າງ​ບຳລຸງ​ສ້າງ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ​ເຖິງ​ປີ 2020” ຂອງ​ນາຍົກລັດຖະມົນຕີ, ​ໃນ​ໄລຍະ 2010 – 2013, ຈຳນວນ​ຄົນ​ງານ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ວິຊາ​ຊີບ​ແມ່ນ 660.000 ຄົນ, ບັນລຸ​ກວ່າ 50% ຂອງ​ແຜນການ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດຶກ​ຟາດ, ຖື​ວ່າ:

ປະຈຸ​ບັນ​ພວກ​ເຮົາ​ມີ​ພື້ນຖານ ບຳລຸງ​ສ້າງ​ວິຊາ​ຊີບ 700 ​ແຫ່ງ ​ແ​ລະ​ລະບົບ​ສົ່ງ​ເສີມ​ກະ​ສີ​ກຳລວມມີ​ພະນັກງານ​ສົ່ງ​ເສີມ​ກະ​ສີ​ກຳ​ຂັ້ນ​ຮາກ​ຖານ 30.000 ກວ່າຄົນ. ​ແຕ່ລະ​ປີ, ສູນ​ກາງ ​ແລະ ທ້ອງ​ຖີ່​ນຕ່າງໆ​ໄດ້​ລົງທຶນ​ນັບຮ້ອຍ​ຕື້​ດົ່ງ ​ເພື່ອ​ກໍ່ສ້າງ​ ​ຮູບ​ແບບຕ່າງໆ, ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ ​ເຕັກນິກ ​ແລະ ຈັດ​ຕັ້ງ​ການ​ເຟິກອົບຮົມ​ໃຫ້​ແກ່​ຊາວ​ກະ​ສີກ​ອນ. ດັ່ງ​ນັ້ນ​ໃນ​ປີ 2014-2015, ພວກ​ເຮົາ​ຕັດສິນ​ໃຈ​ກໍ່ສ້າງ​ຮາກ​ຖານ​ສົ່ງ​ເສີມ ​ໃຫ້​ກາຍ​ເປັນ​ສູນ ບຳລຸງ​ສ້າງ​ວິຊາ​ຊີບ​​ໃໝ່ໃຫ້​​ແກ່ຊາວ​ກະ​ສີກ​ອນ ​ແລະ ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ, ​ເຕັກນິກ, ຈາກ​ນັ້ນ​ຈະ​ດຶງດູດ​ປະຊາຊົນ​ມາ​ຢ້ຽມຢາມ ​ແລະ ຮຳ່ຮຽນ

ຂ່າວ/ບົດ​ອື່ນ